ພຣະໄຕຣປິດົກສະບັບພາສາລາວ
ເຊີນເດີເຊີນຮ່ວມ "ວັນທີ 18 ທັນວາ 2024, ພິທີເປີດໂຕ ພຣະໄຕຣປີດົກ ສະບັບພາສາປາລີ ແລະ ສະບັບພາສາລາວ ຢູ່ລານດ້ານໜ້າບູຣົມມະຮູບຂອງ ພຣະເຈົ້າໄຊຍະເສດຖາທິຣາຊ ພະທາດຫຼວງວຽງຈັນ, ເວລາ 17:00ໂມງ ເຕົ້າໂຮມຄະນະສົງ ການນໍາພັກລັດ ແລະ ມວນຊົນ, ເວລາ 17:30ໂມງ ພິທີເປີດໂຕພຣະໄຕຣປີດົກຢ່າງເປັນທາງການ ແລະ 19:00ໂມງ ຈົບພິທີ".
(ໜຶ່ງ). ພຣະໄຕປິດົກ ແມ່ນຄໍາພີທີ່ຊົງຄຸນຄ່າ ແລະ ສໍາຄັນທີ່ສູງສຸດທາງພຸດທະສາສະນາ, ເພາະໄດ້ບັນທຶກຄໍາສອນຂອງພຣະສັມມາສັມພຸດທະເຈົ້າ ເບື້ອງຕົ້ນເອີ້ນວ່າພຣະທັມວິນັຍ."
(1). ພາຍຫຼັງຖວາຍພຣະເພີງສົບຂອງພຣະພຸດທະເຈົ້າແລ້ວ ພຣະສົງສາວົກກໍ່ໄດ້ມີການປະຊຸມກັນ ເອີ້ນວ່າ: ສັງຄາຍະນາຮ້ອຍກອງຄໍາສອນຂອງພຣະພຸດທະເຈົ້າ, ພ້ອມຈັດຄໍາສອນອອກເປັນ 03 ປິດົກ ໄດ້ແກ່: ພຣະວິນັຍປິດົກ, ພຣະສູຕຕັນຕະປິດົກ, ພຣະອະພິທັມປິດົກ.
(2). ພຣະພຸດທະສາສະນາໄດ້ແຜ່ໄປທີ່ປະເທດສີລັງກາ ແລະ ໄດ້ມີການບັນທຶກຄໍາສອນໃສ່ໃນໃບລານ, ເປັນໂຕອັກສອນສິງຫົນ ເປັນພາສາປາລີ ຈັດເປັນ 03 ໝວດ ຄື: ພຣະວິນັຍປິດົກ, ພຣະສູຕຕັນຕະປິດົກ, ພຣະອະພິທັມປິດົກ ລວມເອີ້ນວ່າ: ພຣະໄຕປິດົກ.
(3). ພຣະພຸດທະສາສະນາໄດ້ແຜ່ມາເຖິງປະເທດກໍາປູເຈ້ຍ(ອານາຈັກຂອມ) ແລະ ແຜ່ເຂົ້າມາລາວ(ອານາຈັກລາວລ້ານຊ້າງ) ພຣະສົງກໍ່ໄດ້ເອົາພຣະໄຕປິດົກເຂົ້າມາເຜີຍແຜ່ນໍາ ແຕ່ເນື່ອງດ້ວຍສົງຄາມຈຶ່ງເຮັດໃຫ້ພຣະໄຕປິດົກໃນລາວຖືກທໍາລາຍສູນຫາຍໄປ.
(4). ພາຍຫຼັງສ້າງຕັ້ງ ສປປ ລາວ, ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ກໍ່ມີຄວາມປາດຖະໜາຢ່າງສູງ ທີ່ຈະສ້າງພຣະໄຕປິດົກລາວໃຫ້ໄດ້ ມາເຖິງ ປີ ພ.ສ 2553 (ຄ.ສ 2010) ປະເທດລາວໄດ້ມີພິທີສະເຫຼີມສະຫຼອງນະຄອນຫຼວງວຽງຈັນ ຄົບຮອບ 450 ປີ ພຣະໄຕປິດົກລາວກໍ່ໄດ້ຖືກຈັດພິມຂຶ້ນ ເພື່ອຮ່ວມສະເຫຼີມສະຫຼອງໃນວັນສໍາຄັນດັ່ງກ່າວ ມີຈໍານວນ 29 ຊຸດ/ຊຸດລະ 45 ເຫຼັ້ມ.
(5). ມາເຖິງປີ ພ.ສ 2559 (ຄ.ສ 2016) ອພສ ກໍ່ໄດ້ສືບຕໍ່ປັບປຸງ ແລະ ພັດທະນາພຣະໄຕປິດົກລາວໄດ້ສໍາເລັດລົງໃນປີ ພ.ສ 2566 (ຄ.ສ 2023) ມີສະບັບປັບປຸງພາສາປາລີລາວ ແລະ ພັດທະນາສະບັບແປລາວ.
(6). ກອງປະຊຸມສາມັນປະຈໍາເດືອນຂອງຄະນະບໍລິຫານງານປະຈໍາການສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ, ຄັ້ງວັນທີ 21 ມີນາ 2024 ໄດ້ມີມະຕິຕົກລົງຈັດພິມພຣະໄຕປິດົກລາວ 02 ສະບັບ ຄື: ສະບັບພາສາປາລີລາວ ແລະ ສະບັບແປລາວ ເພື່ອກຽມຮ່ວມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ.
(7). ຈະຈັດພິມອອກມາ (ຊຸດລະ 9,999,000 ກີບ), ຈໍານວນ 5,000 ຊຸດ ມີ:
1. ສະບັບປາລີລາວ = 1,250 ຊຸດ;
2. ສະບັບແປລາວ = 3,750 ຊຸດ.
(8). ຈຶ່ງບອກຂ່າວບຸນມາຍັງທ່ານທັງຫຼາຍທີ່ປາດຖະໜາຢາກເປັນສັດທາຮ່ວມພິມພຣະໄຕປິດົກ ຕາມກໍາລັງສັດທາ ຫຼື ເປັນເຈົ້າພາບຈັບຈອງ.
(9). ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:
1. ພຣະອາຈານ ອະທິປະໄຕ ໄມຕີຈິດ
ໂທຣ: 020-9992 8936
2. ພຣະອາຈານ ສີທົນ ໄຊຍະວົງສອນ
ໂທຣ: 020-2222 8443
3. ພຣະອາຈານ ພຸດທະສອນ ລະຄອນຄໍາ
ໂທຣ: 020-5541 8315
4. ພຣະອາຈານ ມະຫາວຽງສັກ ວິຈາໂຣ
ໂທຣ: 020-5995 9987
(ສອງ). ໂມທະນາສາທຸ "ວັນດີວັນມະຫາມົງຄຸນວັນທີ 29 ກັນຍາ 2024, ຄອບຄົວແມ່ຕູ້ແຕ້ມ ສຸນດາຣາ ພ້ອມດ້ວຍລູກຫຼານ ສັດທາຈ່ອງປຶ້ມພຣະໄຕຣປິດົກສະບັບພາສາລາວ ມອບໃຫ້ວັດນາສາລາ 01 ຊຸດ ເພື່ອເປັນທັມມະທານແກ່ພຣະສົງສາມະເນນມູນຄ່າ 10,000,000.- ກີບ (ສິບລ້ານກີບ), ເມືອງໄຊທານີ ນະຄອນຫຼວງວຽງຈັນ".
(ສາມ). ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຂໍຖືເປັນກຽດຢ່າງສູງ ຈະເລີນພອນຮຽນເຊີນທຸກທ່ານ ເຂົ້າຮ່ວມພິທີເປີດຕົວ ປຶ້ມພຣະໄຕປີດົກ ອັກສອນປາລີ ແລະ ອັກສອນລາວ ທີ່ເປັນຄຳພີບັນທຶກຄຳສອນອັນສຳຄັນທາງພຸດທະສາສະໜາ.
🔸ພິທີຈະໄດ້ຈັດຂຶ້ນໃນ
ວັນພຸດ ທີ 18 ທັນວາ 2024, ງານເລີ່ມ ເວລາ 17:0 ນາທີ ຢູ່ທີ່ລານດ້ານໜ້າພຣະເຈົ້າໄຊຍະເສດຖາທິລາດ
ພຣະທາດຫຼວງວຽງຈັນ.
- ເວລາ 17:00 ໂມງ ພິທີແຫ່ພຣະໄຕຣປິດົກ ແລະແຫ່ຕົ້ນກາລະພຶກສາມັກຄີອ້ອມພຣະທາດຫຼວງວຽງຈັນ
- ເວລາ 17:30 ໂມງ ເຂົ້າສູ່ພິທີທາງການ.
🔹ຂໍຈະເລີນພອນຮ່ວມເປັນເຈົ້າສັດທາ
- ເຮັດຕົ້ນກາລະພຶກສາມັກຄີເພື່ອຮ່ວມແຫ່ໃນຂະບວນ
- ຕັ້ງໂຮງທານນ້ຳປານະ ເພື່ອຕ້ອນຮັບແຂກເຂົ້າຮ່ວມງານ.
🔸ສະຖານທີ່ຈອດລົດ
ສຳລັບເຂົ້າຮ່ວມງານທີ່ເດີ່ນສະໜາມຫຼວງ
🔸ສອບຖາມລາຍລະອຽດ:
- ພຣະອາຈານ ອະທິປະໄຕ ໄມຕີຈິດ 020 9992 8936
- ພຣະອາຈານ ສີທົນ ໄຊຍະວົງສອນ 020 2222 8443
- ພຣະອາຈານ ພຸດທະສອນ ລະຄອນຄຳ 020 5541 8315
- ພຣະອາຈານ ມະຫາວຽງສັກ ເດດສີສະຫວັດ 020 5995 9987
🔸ສຶກສາຂໍ້ມູນເພີ່ມຕື່ມ
https://www.cbfol.org/