ຄຳກອນສັ້ນໆ

Phan liddasak
0

 


ເຈົ້າໄປຫາຄ້າ ທາງໃດໃຫ້ໂຍຍິ່ງ ຂາຍສິ່ງໃດກະໃຫ້ໄດ້ ກຳໄລເລື່ອຍໂຊກໝານ ຄັນເຈົ້າຂາຍຢູ່ບ້ານ ໃຫ້ໝານໝູ່ໝານຝູງ ມີຄຸນລຸງຄຸນຫຼານ ຫຼັ່ງໄຫຼໄປຊື້ ຈົນເມື່ອຍມືນັບເງິນ ໃບແດງມື້ລະຫຼາຍໆ ເກັບໄວ້ປ່ອນຝາກທະນາຄານ ມື້ລະຫຼາຍສິບລ້ານກີບ ຄັນເຈົ້າຈາກໂລກນີ້ ໄດ້ຂຶ້ນສູ່ເມືອງສະຫວັນ ຢູ່ນຳກັນກັບອົງອິນ ຕັ້ງຖິ່ນຖານຢູ່ເທິງຟ້າ ເທວະດາແຫ່ລ້ອມ ຊ່ວຍເຫຼືອທຸກສິ່ງຢ່າງ ຢາງໄປໃສມີຄົນໂຮມຕຸ້ມ ນາງຟ້າຫຸ່ມແຫ່ແຫນ ລະຈາກແດນເມືອງຟ້າ ມາເກີດໃນເມືອງຄົນ ຄວາມທຸກຈົນຢ່າຊິມີ ເປັນເສດຖີພັນລ້ານ ຍ້ອນຜົນທານທີ່ເຮັດໄວ້ ໄດ້ມີເປັນທຸກສິ່ງຢ່າງ ສຸກສົມຫວັງສູ່ດ້ານ ເງິນງານພ້ອມຄູ່ສູ່ອັນ ເດີ ຯ


ອວຍພອນພໍ່ຄ້າແມ່ຄ້າຂາຍເຄື່ອງ


ບັດນີ້ ມີສັດທາມາທານໃຫ້ເປັນປັດໃຈ................ກີບ ສາທຸເດີ ຂໍໃຫ້ຜົນທານນີ້ ຈົ່ງເປັນທີ່ສຳເລັດ ຄັນເຈົ້າເຮັດຄ້າຂາຍ ໃຫ້ຮັ່ງມີເມືອໜ້າ ໃຫ້ມີຄ້າມີແຫຼ່ງ ມີຄົນງານທີ່ໃຊ້ງ່າຍ ສນຸກຂາຍຂອງກິນໃຊ້ ກຳໄລເຈົ້າໃຫ້ຄ່ອງງາມ ເງິນໄຫຼມາຄືນ້ຳ ສະນຸກຈ່າຍຂາຍຂອງ ມີຊັບສິນເງິນທອງ ຫຼັ່ງມາບໍ່ມີອັ້ນ ຄັນເຈົ້າເຮັດການຄ້າ ສິ່ງໃດກະຕາມຊ່າງ ໃຫ້ພົບທາງກ້າວໜ້າ ການຕ້າໃຫ້ຮຸ່ງເຮືອງ ເດີ ຯ


ອວຍພອນພໍ່ຄ້າ


ບັດນີ້ ມີສັດທາມາທານໃຫ້ເປັນປັດໃຈ................ກີບ ສາທຸເດີ ຂໍໃຫ້ຜົນທານເຈົ້າ ຈົ່ງບັນດານໂດຍດ່ວນ ໃຫ້ສົມຄວນແກ່ເຈົ້າ  ການງານໃຫ້ກ້າວໜ້າ ການເງິນກະໃຫ້ຄ່ອງ ການທອງກະໃຫ້ລົ້ນ ຈົນຄົນເອີ້ນວ່າເສດຖີ ໃຫ້ເຈົ້າໄດ້ຄ້າຂາຍກຳໄລຄ່ອງ ຊຸມພໍ່ແມ່ພີ່ນ້ອງ ມາຫຸ່ມຊື້ບໍ່ຂາດສາຍ ຄັນສົນໃຈການເມືອງໃຫ້ ໄດ້ເປັນດັ່ງຝັນໃຝ່ ສະມັກຫຍັງກະໃຫ້ໄດ້ ສົມໃຈເຈົ້າປາດຖະນາ ອາຍຸຍືນຍາວໝັ່ນ ສຸກສຳລານການເປັນຢູ່ ອາຍຸ ວັນໂນ ສຸຂັງ ພະລັງ ສາທຸ ຯ


ອວຍພອນຄູ


ບັດນີ້ ມີຄຸນຄູມາຮ່ວມ ເປັນໜຸ່ມໃຫຍ່ ສາວໃຫຍ່ ໄຟແຮງ ສາວສາວຫຸ່ມແພງຮັກ ຢາກຢູ່ນຳເປັນແຟນເຈົ້າ ແຕ່ວ່າເຂົ້າຜູ້ນີ້ ມີຮັກເດັດດ່ຽວ ບໍ່ເຄີຍນອກໃຈແຟນ ໄປກ້ຽວແຟນຄົນອືນ ເພາະໃນໃຈຂອງເຈົ້າ ເປັນເບົ້າຫຼອມເປັນແບບຢ່າງ ສົ່ງທາງສິດຢູ່ຊັ້ນ ເກັ່ງດີພ້ອມສຸກສຳບາຍ ກຳມະການຈົດຊື່ໄວ້ ຄຸນຄູຊື່...........ມີສັດທາ................ກີບ ສາທຸເດີ ສາທຸເດີ ຂໍໃຫ້ສົມມາດມຸ້ງ ໃຈເຈົ້າປາດຖະນາ ການງານໃຫ້ກ້າວໜ້າ ການເງິນກະໃຫ້ຄ່ອງ ສອງຂັ້ນກະໃຫ້ໄດ້ ໄວຟ້າວຄູ່ສູ່ປີ ໜີ່ສິນໃຫ້ເມິດກ້ຽງ ຊື່ສຽງໃຫ້ດັງໂດ່ງ ສົມປະສົງສູ່ດ້ານ ເງິນງານພ້ອມຄູ່ສູ່ອັນ ເດີ ຯ


ອວຍພອນໝໍ


ບັດນີ້ ມີຄຸນໝໍມາຮ່ວມ ສ້າງກຸສົນສືບຕໍ່ ຊື່ເພິ່ນນັ້ນລະນໍຊື່ວ່າ...............ເດີພີ່ນ້ອງ ຈຳໄວ້ໃຫ້ຈຳຈື່ ມື້ນີ້ເພິ່ນມາຢູ່ເຝົ້າ ເບິ່ງແລໝູ່ເຈົ້າໃຫ້ຢູ່ດີ ມີສັດທາຮ່ວມສ້າງ ກອງບຸນ..........ກີບ ຂໍໃຫ້ສົມມາດມຸ້ງ ໃຈເຈົ້າປາດຖະນາ ການງານໃຫ້ກ້າວໜ້າ ການເງິນກະໃຫ້ຄ່ອງ ສອງຂັ້ນກະໃຫ້ໄດ້ ໄວຟ້າວຄູ່ສູ່ປີ ນາຍກະດີໝູ່ກະດ້ວຍ ລູກນ້ອງສວຍສົດຊື່ນ ອາຍຸຍືນຮອດຮ້ອຍ ບໍ່ຖອຍຫຼ້າເລື່ອງແຮງ ຄວາມແຂງແຮງຄົງໝັ່ນ ບໍ່ມີມື້ແປປ່ຽນ ຈົນກະສຽນຮ້ອຍເທື່ອ ຍັງໜຸ່ມຟໍຫຼໍ່ດັ່ງຝັນ ຄັນເຈົ້າຈາກໂລກນີ້ ໄດ້ຂຶ້ນສູ່ເມືອງສະຫວັນ ສາລະພັນຄວາມສະນຸກ ສຸກສຳບາຍຫາຍຮ້ອຍ ຍາມກິນນາງຟ້າປ້ອນ ຍາມນອນນາງຟ້າກ່ອມ ນາງຟ້າຫອມກອດເຈົ້າໄວ້ ບໍ່ໄລຂ້າງເຈົ້າຫ່າງກັນ ເດີ ສາທຸ ຯ


ອວຍພອນທະຫານ


ບັດນີ້ ມີທະຫານກ້າ ນາມວ່າ..........ຕັ້ງແຕ່ເດີມໂດຍເຄົ້າ ເພິ່ນເຝົ້າເວນຢູ່ຄ່າຍ ປະຈັກສິນປາຄົມເດີໝູ່ ຮູ້ງານບຸນມີມື້ນີ ເລີຍມາບ້ານແຕ່ມື້ວານ ມາທຳທານນຳພີ່ນ້ອງ..............ກີບ ສາທຸເດີ ຂໍໃຫ້ເພິ່ນນັ້ນໄດ້ ສົມດັ່ງມະໂນໝາຍ ງານອາສາເຈົ້ານາຍ ຈົ່ງຈະເລີນຄູນຄ້ຳ ງານທີ່ເຮັດຂ້າງໜ້າ ຮັກສາການບ້ານຊ່ອງ ເບິ່ງແລຍາດພີ່ນ້ອງ ຊາດລາວໃຫ້ຢູ່ເຢັນ ໃຫ້ເຈົ້າມີເປັນໄດ້ ສົມໃຈທຸກສິ່ງຢ່າງ ໄດ້ພົບທາງກ້າວໜ້າ ຈະເລີນຂຶ້ນບໍ່ຖອຍ ໃຫ້ໄດ້ເປັນນາຍຮ້ອຍ ນາຍພັນນາຍພົນໃຫຍ່ ໂຊກລາບໄຫຼຫຼັ່ງເຂົ້າ ໂຮມເຈົ້າຄູ່ສູ່ມື້ ຄັນເຈົ້າຈາກໂລກນີ ໄດ້ຂຶ້ນສູ່ເມືອງສະຫວັນ ສາລະພັນຄວາມສະນຸກ ສຸກສຳບາຍຫາຍຮ້ອຍ ໃຫ້ໄດ້ນອນຢູ່ເທິງຟ້າ ຟັງຈະຈານາງຟ້າກ່ອມ ນາງຟ້າຫອມກອດເຈົ້າ ຄຳວ່າເຖົ້າຢ່າຊິມີ ເດີ ສາທຸ.

Post a Comment

0Comments

Post a Comment (0)

#buttons=(ຍອມຮັບ) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
ເລື່ອນກັບ