ປັນຍາປາຣະມີ
ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ (ວ່າ ໓ ເທື່ອ)
ນະໂມ ຕັສສັຕຖຸ ປັນຍາຍຸເປໂຕ ສຸຄະໂຕ ວິຕະຣາໂຄ ພາສາຍະເສໂກ ທະສະຍານະ ທະໂຣ ໂຍ ໂລກະນາໂຖ ຫິຕັຕຖັງວະ ຈິນເຕນະ ຫັນຕະວານະ ປາປັງ ສີຣະສາ ນະມາມິ.
ທານະປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ ທານະອຸປະປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ, ທານະປະຣະມັຕຖະປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ ພຸທໂທ ສັພພັນຍຸຕະຍາໂນ ອະນັນຕາທິຄຸນະສະມັນນາຄະໂຕ ໂສ ພະຄະວາ ອິຕິປິ ອະຣະຫັງ ວະຕະ ໂສ ພະຄະວາ ອະຣະຫັນຕັງ ສະຣະນັງ ຄັຈສາມິ ອະຣະຫັນຕັງ ສີຣະສາ ນະມາມິ.
ສິລະປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ ສີລະອຸປະປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ, ສີລະປະຣະມັຕຖະປາຣະມີສັມປັນໂນ ອິຕິປິໂສ ພະຄະວາ ພຸທໂທ ສັພພັນຍຸຕະຍາໂນ ອະນັນຕາທິຄຸນະສະມັນນາຄະໂຕ ໂສ ພະຄະວາ ອິຕິປິ ສັມມາສັມພຸທໂທ ວະຕະ ໂສ ພະຄະວາ ສັມມາສັມພຸທທັງ ສະຣະນັງ ຄັຈສາມິ ສັມມາສັມພຸທທັງ ສິຣະສາ ນະມາມິ.
ເນກຂັມມະປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ ເນກຂັມມະອຸປະປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ ເນກຂັມມະປະຣະມັຕຖະປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ ພຸທໂທ ສັພພັນຍຸຕະຍາໂນ ອະນັນຕາທິຄຸນະສະມັນນາຄະໂຕ ໂສ ພະຄະວາ ອິຕິປິ ວິຊຊາຈະຣະນະສັມປັນໂນ ວະຕະ ໂສ ພະຄະວາ ວິຊຊາຈະຣະນະສັມປັນນັງ ສະຣະນັງ ຄັຈສາມິ ວິຊຊາຈະຣະນະສັມປັນນັງ ສີຣະສາ ນະມາມິ.
ປັນຍາປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ ປັນຍາອຸປະປາຣະມີສັມປັນໂນ ອິຕິປີ ໂສ ພະຄະວາ ປັນຍາປະຣະມັຕຖະປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ ພຸທໂທ ສັພພັນຍຸຕະຍາໂນ ອະນັນຕາທິຄຸນະສະມັນນາຄະໂຕ ໂສ ພະຄະວາ ອິຕິປິ ສຸຄະໂຕ ວະຕະ ໂສ ພະຄະວາ ສຸຄະຕັງ ສະຣະນັງ ຄັຈສາມິ ສຸຄະຕັງ ສິຣະສາ ນະມາມິ.
ວິຣິຍະປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ ວິຣິຍະອຸປະປາຣະມີສັມປັນໂນ ອິຕິປີ ໂສ ພະຄະວາ ວິຣິຍະປະຣະມັຕຖະປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ ພຸທໂທ ສັພພັນຍຸຕະຍາໂນ ອະນັນຕາທິຄຸນະສະມັນນາຄະໂຕ ໂສ ພະຄະວາ ອິຕິປິ ໂລກະວິທູ ວະຕະ ໂສ ພະຄະວາ ໂລກະວິທງ ສະຣະນັງ ຄັຈສາມິ ໂລກະວິທງ ສິຣະສາ ນະມາມິ.
ຂັນຕິປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ ຂັນຕິອຸປະປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ ຂັນຕິປະຣະມັຕຖະປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ ພຸທໂທ ສັບພັນຍຸຕະຍາໂນ ອະນັນຕາທິຄຸນະສະມັນນາຄະໂຕ ໂສ ພະຄະວາ ອິຕິປິ ອະນຸຕຕະໂຣ ປຸຣິສະທັນນະ ສາຣະຖິ ວະຕະ ໂສ ພະຄະວາ ອະນຸຕຕະຣັງ ປຸຣິສະທັມມະສາຣະຖິງ ສາຣະນັງ ຄັຈສາມິ ອະນຸຕຕະຣັງ ປຸຣິສະທັມມະສາຣະຖິງ ສິຣະສາ ນະມາມິ.
ສັຈຈະປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ ສັຈຈະອຸປະປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ ສັຈຈະປະຣະມັຕຖະປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ ພຸທໂທ ສັພພັນຍຸຕະຍາໂນ ອະນັນຕາທິຄຸນະສະມັນນາຄະໂຕ ໂສ ພະຄະວາ ສັຕຖາ ເທວະມະນຸສສານັງ ວະຕະ ໂສ ພະຄະວາ ສັຕຖາຣັງ ເທວະມະນຸສສານັງ ສາຣະນັງ ຄັຈສາມິ ສັຕຖາຣັງ ເທວະມະນຸສສານັງ ສິຣະສາ ນະມາມິ.
ອະທິສຖານະປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ ອະທິສຖານະອຸປະປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ ອະທິສຖານະປະຣະມັຕຖະປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ ພຸທໂທ ສັບພັນຍຸຕະຍາໂນ ອະນັນຕາທິຄຸນະສະມັນນາຄະໂຕ ໂສ ພະຄະວາ ອິຕິປິ ພຸທໂທ ວະຕະ ໂສ ພະຄະວາ ພຸທທັງ ສະຣະນັງ ຄັຈສາມິ ພຸທທັງ ສິຣະສາ ນະມາມິ.
ເມຕຕາປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ ເມຕຕາອຸປະປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ ເມຕຕາປະຣະມັຕຖະປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ ພຸທໂທ ສັພພັນຍຸຕະຍາໂນ ອະນັນຕາທິຄຸນະສະມັນນາຄະໂຕ ໂສ ພະຄະວາ ອິຕິປິ ພະຄະວາ ວະຕະ ໂສ ພະຄະວາ ພະຄະວັນຕັງ ສາຣະນັງ ຄັຈສາມິ ພະຄະວັນຕັງ ສິຣະສາ ນະມາມິ.
ອຸເປກຂາປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ ອຸເປກຂາອຸປະປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ ອເປກຂາປະຣະມັຕຖະປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ ພຸທໂທ ສັພພັນຍຸຕະຍາໂນ ອະນັນຕາທິຄຸນະສະມັນນາຄະໂຕ ໂສ ພະຄະວາ ອິຕິປີ ພະຄະວາ ວະຕະ ໂສ ພະຄະວາ ພະຄະວັນຕັງ ສາຣະນັງ ຄັຈສາມິ ພະຄະວັນຕັງ ສິຣະສາ ນະມາມິ.
ພຸທໂທ ສັພພັນຍຸຕະຍາໂນ ທັມໂມ ໂລກຸຕຕະໂຣ ວະໂຣ ສັງໂຄ ມັກຄະຜະລັດໂຖ ຈະ ອິຈເຈຕັງ ຣະຕະນັຕຕະຍັງ ສິຣະສາ ນະມາມິ ເອເຕສັງ ອານຸພາເວນະ ສັພພະອັນຕະຣາຍາ ວິນັສສັນຕຸ ສັພພະທາຕີຕິ.
ໂພນຕາ ສາທະໂວ ດູຣາສັບປຸຣິສະເຈົ້າທັງຫຼາຍ ໄດ້ຍິນວ່າ ໃນສະໄໝໜຶ່ງ ສັຕຖາ ອັນວ່າພຣະສັບພັນຍູເຈົ້າ ແຫ່ງເຮົາຕົນປະເສີດ ກໍປະທັບນັ່ງຢູ່ເໜືອພຣະແທ່ນຫີນບັນດນ ພະລະສີລາອາດ ໃນສະຫວັນຊັ້ນຕາວະຕິງສາ ອະຖະ ໃນຄັ້ງນັ້ນ ອັນວ່າພຣະຍາອິນທາທິ ຣາດຜູ້ເປັນໃຫຍ່ ແຫ່ງເທວະດາທັງຫຼາຍ ໄດ້ທູນຖາມພຣະພຸທທະເຈົ້າວ່າ ທັມໂມ ອັນວ່າ ທັມອັນປະເສີດ ສາມາດຈະບັງເກີດມັຄແລຜົລ ໃຫ້ແກ່ຜູ້ປະພຶດປະຕິບັດຕາມ ແລະກໍາຈັດ ເສຍ ເຊິ່ງໄພອັນຕະຣາຍຕ່າງໆ ທີ່ເກີດຂຶ້ນໃນໝູ່ມະນຸດ ເທວະດາ ອະມະນຸດ ແລະສັດເດຍ ຣະສານທັງຫຼາຍ ໃຫ້ພ່າຍແພ້ໄປ ດ້ວຍອໍານາດອານຸພາບທີ່ໄດ້ປະພຶດປະຕິບັດ ທ່ອງຈົມ ສູດສາທະຍາຍ ແລະຈື່ຈໍາໄວ້ເຊິ່ງກັນນັ້ນ ມີຢູ່ຫຼີປະການໃດ ຂໍພຣະອົງໄດ້ເທສະນາ ທັນ ດວງນັ້ນ ໂຜດແກ່ຝູງຂ້າທັງຫຼາຍ ແດ່ກໍຂ້າເທີ້ນ.
ພຣະພຸທທະເຈົ້າ ໄດ້ຊົງສະແດງທັນ ແກ່ພຣະຍາອິນທາທິປັດຕິຣາດເຈົ້າວ່າ ດູກ່ອນ ມະຫາຣາດ ທັນທີ່ເຮັດໃຫ້ຜູ້ປະພຶດປະຕິບັດ ໃຫ້ປະສົບຜົນທີ່ເພິ່ງປາຖະນາ ປ້ອງກັນ ແລະ ກໍາຈັດເສຍເຊິ່ງສັບພະອຸປັດທະວັນຕະຣາຍແຕ່ມະນຸດ ເທວະດາ ອະມະນຸດ ແລະສັດເດຍ ຣະສານທັງຫຼາຍນັ້ນ ມີຢູ່ແທ້ບໍ່ຕ້ອງສົງໃສແລ.
ຄັນເມື່ອພຣະຍາອິນທາທິປັດຕິຣາດ ໄດ້ຊົງຝັງດັ່ງນັ້ນ ຈຶ່ງຂາບທູນຖາມຕໍ່ໄປວ່າ ພັນ ທີ່ວ່ານີ້ ມີຊື່ວ່ານອັນໃດກໍ່ຊ້າຈຈາ ສັຕຖາ ອັນວ່າພຣະສັບພັນຍູເຈົ້າ ຜູ້ປະເສີດ ຈິ່ງກ່າວ ວ່າ ພຣະທັມນີ້ຊື່ວ່າ ພຣະປັນຍາປາຣະມີ ເປັນທັມອັນປະເສີດ ຄັນແລ້ວ ພຣະຍາອິນທາທິ ປັດຕິຣາດ ຈຶ່ງໄດ້ຂາບທູນອາຣາທະນາ ໃຫ້ຊົງສະແດງທັມ ຄືພຣະປັນຍາປາຣະມີກະຖາ ເພື່ອໃຫ້ເປັນທິຕານຫິຕະປະໂຫຍດແກ່ເວໄນຍະສັດທຸກຖ້ວນໜ້າວ່າ ຂໍພຣະອົງຈົ່ງສະແດງທັມດວງນັ້ນ ແດ່ກໍຂ້າເທີ້ນ. ພຸທໂທ ອັນວ່າພຣະພຸທທະເຈົ້າຈິ່ງໄດ້ຊົງສະແດງພຣະປັນຍາ ປາຣະມີທັມນັ້ນ ຕາມທີ່ພຣະອົງໄດ້ເຄີຍສັ່ງສົມອົບຮົນມາແລ້ວ ແຕ່ໃນຊາດປາງກ່ອນ ແກ່ພຣະຍາອິນທາທິຣາດວ່າ ດູຣາມະຫາຣາດ ພຣະປັນຍາປາຣະມີທັງ ໓໐ ທັດນີ້ແລ ເປັນ ຍອດແຫ່ງທັມ ອັນພຣະພຸທທະເຈົ້າທຸກໆ ພຣະອົງ ໄດ້ຊົງພໍ່າເພັງມາແລ້ວ ຢ່າງເຕັມປ່ຽມ ຈິ່ງໄດ້ຕັດສະຮູ້ເປັນ ພຣະອະຣະຫັນຕະສັມມາສັມພຸທທະເຈົ້າ ເຍ ຊະນາ ອັນວ່າຣະຍິງ ຊາຍຜູ້ໃດ ໄດ້ຂຽນໂວ້ສັກກາຣະບູຊາ ກໍດີ ຂຽນເອງ ກໍດີ ຈ້າງທ່ານຜູ້ອື່ນຂຽນໃຫ້ ກໍດີ ໄດ້ປະຕິບັດອຸປັດຖາກ ໄຫວ້ນົບເຄົາຣົບຢາແຢງ ກໍດີ ໄດ້ສະດັບຮັບຟັງທຸກວັນຢູ່ເລື້ອຍ ກໍດີ ຜູ້ນັ້ນຈະເປັນຜູ້ມີວັດຖຸສົມບັດ ເຂົ້າຂອງເງິນຄໍາຫຼວງຫຼາຍ ຈັກພົ້ນຈາກໄພອັນຕະຣາຍທັງປວງ ຜູ້ໃດໄດ້ທ່ອງຈົນ ສາທາຍາຍເປັນປະຈໍາທຸກວັນໆ ກໍຈັກມີຄວາມສຸຂຄວາມ ຈະເຣີນແລ ເທວະດາ ອິນ ພົມ ນາກ ຄຸດ ມະນຸດ ແລະອະນະນຸດທັງຫຼາຍ ອັນຢູ່ໃນແສນ ໂກດຈັກກະວານ ກໍຈັກຕາມນາຮັກສາຍັງບຸກຄົນຜູ້ນັ້ນ ແມ່ນວ່າປາຖະນາສິ່ງໃດ ກໍຈະ ສໍາເຫຼັດດັ່ງຄວາມມຸ້ງໝາຍທຸກສິ່ງທຸກປະການ ແທ້ດີຫລີແລ.
ອີກປະການໜຶ່ງ ນໍຣະຍິງຊາຍຜູ້ໃດໄດ້ປະພຶດປະຕິບັດ ພໍ່າເພັງພາວະນາຍັງພຣະປັນຍາປາຣະມີທັງ ໓໐ ທັດນີ້ ໃຫ້ຄົບຖ້ວນ ແລະເກີດມີແກ່ຕົນ ບຸກຄົນຜູ້ນັ້ນທຽນຍ່ອມໄດ້ເຖິງຍັງສົມບັດທັງ ໓ ປະການຄື ມະນຸດສົມບັດ ສະຫວັນສົມບັດ ແລະພຣະນິບພານສົມບັດ ແມ່ນວ່າປາຖະນາເປັນພຣະພຸທທະເຈົ້າ ພຣະປັຈເຈກະພຸທທະເຈົ້າ ແລະເປັນພຣະສາວົກ ຢ່າງໃດຢ່າງໜຶ່ງ ກໍຈະສໍາເຫຼັດດັ່ງຄວາມມຸ້ງມາດປາຖະນາທຸກສິ່ງທຸກປະການແລ.
ຄັນເມື່ອ ພຣະສັມມາສັມພຸທທະເຈົ້າ ຊົງສະແດງພຣະປັນຍາປາຣະມີຈົບລົງແລ້ວ ພະຫຸຊະນາ ອັນວ່ານໍຣະຍິງຊາຍ ແລະເທວະດາທັງຫຼາຍເປັນອັນມາກ ກໍໄດ້ເຖິງທັມມະວິ ເສດ ເປັນຕົ້ນວ່າ ໂສດາ ສະກິທາ ອະນາຄາ ອະຣະຫັນຕາ ຕາມບຸນຍະສົມພານແຫ່ງຕົນ ກໍມີແລ ສ່ວນວ່າທ້າວອະນະຣິນທາທິຣາດ ໄດ້ສະແດງຕົນເປັນອຸປາສົກ ນ້ອມຮັບເອົາຍັງ ພຣະຣັຕຕະນະໄຕຣເປັນທີ່ເພິ່ງຕະຫຼອດຊີວິດ ເພາະສະນັ້ນ ພຸດທະບໍຣິສັດທັງຫຼາຍ ຜູ້ນັ່ງ ຫວັງຄວາມສຸຂ ຄວາມຈະເຣີນແກ່ຕົນ ຈິ່ງຄວນແທ້ທີ່ຈະປະຕິບັດຕາມກະແສ ຂອງພຣະ ພຸທທະເຈົ້າ ແລ້ວກໍຈັກໄດ້ປະສົບອິດຖະຜົນທີ່ຕົນປາຖະນາທຸກສິ່ງທຸກປະການ ດັ່ງໄດ້ ເທສະນາມາ ໃນພຣະປັນຍາປາຣະມີກະຖາ ນິຕຖິຕາ ກໍສະເດັດບໍຣະບວນ ຄວນລົງແລ້ວ ເທົ່ານີ້ກ່ອນແລ.
ຍັນທູນເທສະນາ
ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ (ວ່າ ໓ ເທື່ອ)
ຍັນທຸນນິມິຕຕັງ ອະວະມັງຄະລັນຈະ ໂຍ ຈາມະນາໂປ ສະກຸນັສສະ ສັທໂທ ປາປັຄຄະໂຫ ທຸສສຸປິນັງ ອະກັນຕັງ ພຸທທານຸພາເວນະ ທັມມານຸພາເວນະ ສັງຄານຸພາເວນະ ວິນາສະເມນຕຸຕິ.
ໂພນຕາ ສາທະໂວ ດູຣາສັບປຸຣິສະເຈົ້າທັງຫຼາຍ ຝູງມີຄວາມປາຖະນາຫາຍັງສຂ ໓ ປະການ ມີນິຣະພານເປັນທີ່ແລ້ວ ແລະມັກໃຄ່ຈັກຜາບແພ້ຂັບໄລ່ໂພຍໄພ ທັງເຄາະເຂັນ ຈັງໄຮ ແລະໂຣຄາພະຍາດ ທັງອຸບາດອົນຕາຍອັນນີ້ພາຍໃນ ແລະພາຍນອກຂອກຂັນທະ ສັນດານກ່າວຄືວ່າ ຣາຊະໂພ ໂຈຣະໂພ ອັກຄີໄພ ອຸທະກະໄພ ມໍຣະນະໂພ ແລະສັບພະ ຄວາມບໍ່ເພິ່ງພໍໃຈຕ່າງໆ ນແຊກເຂົ້າໃນລະຫວ່າງ ກ່າວເຄາະ ເຄາະເດືອນ ເຄາະວັນ ເທວະດາບັນດົນນິນິດໃຫ້ຫັນເຫດຕ່າງໆ ໃນລະຫວ່າງເຮືອນຊານ ແລະເຄື່ອງອຸປະໂພກ ບໍລີໂພກ ເຄື່ອງນຸ່ງຫົນນານາ ທັງສັດສາງົວຄວາຍຂອງລ້ຽງ ຜິດສັງເກດໃຫ້ເຫັນອຸປະຕິ ເຫດ ແລະບຸບພະນິມິດອັນບໍ່ດີ ເປັນສິ່ງກາລະຊິນີ ອັບປິມີໂທດແທ້ ຝູງເຖົ້າແກ່ພໍ່ແມ່ ແລະ ລຸງຕາ ກັບທັງວົງສາຍາຕິກາພີ່ນ້ອງ ເຫັນຄວາມດຽວພໍ່າພ້ອມ ນຶກຫນ່ຽວນ້ອມເອົາຍັງຄຸນ ຂອງພຣະສັບພັນຍູເຈົ້າ ອົງປະເສີດ ພຣະທັມອັນລໍ້າເລີດ ໑໐ ປະການ ພຣະອະຣິຍະສົງຜູ້ ເບີກບານສີ່ຄູ່ ກັບທັງພຣະສົນມຸດຕິສົງ ຕົນທະຣົງສີລບໍຣິສຸດ ອັນເປັນພຣະຣັຕຕະນະ ໄຕຣແກ້ວອາດທັງສາມ ມີອານຸພາບງາມເຫລືອແຫລ່ ຈົ່ງມາເປັນທີ່ເພິ່ງຜາບແພ້ ຝູງໝູ່ ໂພຍໄພ ກໍາຈັດເຄາະເຂັນຈັງໂຣ ນິມິດອັນບໍ່ດີ ແລະອຸປັດທະວະກັງວົນອົນຕາຍທັງຫຼາຍ ອັນໄດ້ເຫັນໄດ້ຍິນແລ້ວນັ້ນ ໃຫ້ຫາຍສູນໄປ ຈິ່ງໄດ້ນິມົນພຣະສັງຄະເຈົ້າ ມາສູດພຣະພຸທ ທະມົນ ເພື່ອລະງັບກໍາຈັດນິມິດອັນບໍ່ດີເຫຼົ່ານັ້ນ ໃຫ້ສ້ຽງສູນໄປ ສົມດັ່ງພຣະຄາຖາອັນ ພຣະພຸທທະເຈົ້າຜັດເທສະນາໄວ້ວ່າ ຍັນທຸນນິມິຕຕັງ ອະວະມັງຄະລັນຈະ ດັ່ງນີ້ເປັນເຄົ້າ ຍັງ ທຸນນິມິຕຕັງ ຈະ ອັນວ່າ ນິນິດທີ່ຊົ່ວຮ້າຍອັນໃດ ກໍດີ ຍັງ ອະວະມັງຄະລັງ ຈະ ອັນວ່າ ສິ່ງທີ່ບໍ່ເປັນມຸງຄຸນອັນໃດ ກໍດີ ສັທໂທ ອັນວ່າ ສຽງແຫ່ງນົກ ທີ່ບໍ່ຖືກເນື້ອເພິງໃຈອັນໃດ ກໍດີ ປາປັກຄະໂຫ ອັນວ່າ ບາບເຄາະເຂັນເຫດຮ້າຍອັນໃດ ກໍດີ ທສສຸປິນັງ ອັນວ່າ ຄວາມ ຝັນອັນຊົ່ວຮ້າຍ ບໍ່ເປັນທີ່ຊອບໃຈອັນໃດ ກໍດີ ເຊິ່ງມີຢູ່ ຂໍໃຫ້ສິ່ງອັບປີຊົ່ວຮ້າຍ ທີ່ບໍ່ເພິ່ງພໍໃຈ ທັງຫຼາຍຝູງນັ້ນ ວິນາສະເມນຕຸ ຈົ່ງພະລັນສ້ຽງສູນໄປ ດ້ວຍອານຸພາບແຫ່ງພຣະຣັຕຕະ ນະໂຕຣຄື ພຣະພຸທທະເຈົ້າ ພຣະທັມມະເຈົ້າ ແລະພຣະສັງຄະເຈົ້ານັ້ນເທີ້ນ.
ນິມິດຊົ່ວຮ້າຍນັ້ນ ໄດ້ແກ່ສິ່ງທີ່ເຫັນຜາກົດຂຶ້ນມາ ເພາະໜ້າ ເປັນຕົ້ນວ່າ ຄ້ອງ ກອງ ຣະຄັງດັງຂຶ້ນເອງ ແອ່ງນໍ້າຫມໍ້ຫນື້ງຮ້ອງ ແມງມຸນຕັ້ງທ້ອງ ຫຼືຮ້ອງໃນເຮືອນ ຜິດທັມ ມະດາ ໄກ່ສີ່ຂາ ຫມາອອກລູກເທິງເຮືອນ ເລີອດຕົກນົກຕາຍຕໍ່ໜ້າ ກິ່ງໄມ້ຫັກລົງມາ ງົວຄວາຍຖືກບ້ວງ ແລະເກື້ອກອີກ ເຮືອນຮ້ອງ ລອກຄາບ ຕາຂະເມັ່ນ ເຫັນງູທໍາທານ ກາງວັນຂຶ້ນເຮືອນ ໄກ່ຂາງ ແມງວັນຂີ້ໃສ່ເຄື່ອງນຸ່ງຫົ່ມ ແລະຟ້າຜ່ານາ ຊາຍຄາເຮືອນ ແລະຫຼັງເຮືອນ ເທົ່ານີ້ເປັນນີມິດອັນຊົ່ວຮ້າຍແທ້ສູ່ອັນແລ.
ສຽງນົກອັນເປັນທີ່ບໍ່ຊອບໃຈນັ້ນໄດ້ແກ່ ສຽງນົກກ້ຫຼກ ນົກເຄົ້າແນວ ນົກຂີ້ຖີ່ ແລະ ບ່າງລົ້ວ ສຽງພາຍດັງກໍຮ້ອງ ກຸກຮຽກຮ້ອງຮັບເອົາຂວັນທັງຂ້າງລຸ່ມ ແລະຂ້າງເທິງ ສຽງອັນບໍ່ເພິ່ງໃຈ ດັງຢູ່ເທິງອາກາດ ເປັນສຽງບໍ່ພໍໃຈສັກຢາດແທ້ດີຫຼີ ເຮັດໃຫ້ຂົນຫົວ ພອງສະຫຍອງເກົ່າ ໃຈສັ່ນສາຍຫວັ່ນໄຫວໄປມາ.
ບາບເຄາະນັ້ນໄດ້ແກ່ ເຄາະປີ ເຄາະເດືອນ ເຄາະວັນ ແລະເຄາະຍາມ ກັບທັງພຣະ ສຸກເຂົ້າ ພຣະເສົາແຊກ ພຣະຣາຫູຕ້ອງ ລັກຄະນາຕົວເພິງຕົວສະເຫວີຍ ຊາຕາຂາດທາດ ສູນ ເຣືອນເຂັດຂວງຍັງໄຮ ທັງພຣະພູມເຈົ້າທີ່ ເຊິ່ງໃຫ້ຮ້າຍແກ່ເຈົ້າຂອງບ້ານເຮືອນ ໂຮມ ກັນແລ້ວໄດ້ຊື່ວ່າບາບເຄາະແລ.
ຄວາມຝັນອັນບໍ່ດີ ບໍ່ເປັນທີ່ເພິ່ງພໍໃຈນັ້ນ ໄດ້ແກ່ຝັນຕ່າງໆ ຄີຝັນວ່າ ໄດ້ອວດອ້າງ ໂຫນໂຕ ຝັນວ່າໄດ້ຟ້ອນໂຮແລເຕັ້ນລໍາຂັບຮ້ອງ ແຕ່ງເພດຍ້ອງ ເອ້ອວດກາຍາ ມະຫິງສາ ຝັນວ່າງົວຄວາຍຊົນ ຕົກຕົ້ນໄມ້ ຝັນວ່າເຂົາຈັບໄດ້ ຜູກມັດໃສ່ໂສ້ແລະຂີ້ຄາ ຝັນວ່າແຂ້ວ ຫຼຸດຫຼ່ອນເສຍໂປ ຝັນວ່າໄດ້ຂີອາຊາໄນ ແລະກວຽນຣົດຮ້າງ ຝັນວ່າໄດ້ຫຼິ້ນຕ່າງໆ ມີຫຼີ້ນ ວ່າວຂີ່ເຮືອບິນ ແທ່ກະຖິນແລະບັ້ງໄຟ ຄວາມຝັນເຫຼົ່ານີ້ ເປັນຄວາມຝັນຊົ່ວຮ້າຍແທ້ດີຫລີ ແລ ອຸປັດຕິເຫດຮ້າຍທັງ ໔ ນີ້ ອັນໄດ້ແກ່ ນີມິດອັນຊົ່ວຮ້າຍ ໑ ສຽງນົກທີ່ບໍ່ໜ້າຊອບໃຈ ໑ ບາບເຄາະທີ່ຊົ່ວຮ້າຍ ໑ ຝັນຮ້າຍຕ່າງໆ ໑ ເຫດທັງ ໔ ເຫຼົ່ານີ້ຊື່ວ່າເປັນສິ່ງອະວະມຸງຄຸນ ຄີເປັນຂອງບໍ່ດີ ໃຫ້ໂທດແທ້ແກ່ຜູ້ປະສົບພົບເຫັນ ໃຫ້ໄດ້ຮັບໂທດຕ່າງໆ ນາໆ ມີຄວາມ ຈີບຫາຍວິນາດ ສົມບັດຂາດສູນໂປ ທັງງົວຄວາຍ ແລຊ້າງມ້າ ທັງຕາກ້າ ແລໂຮ່ນາ ທັງ ເຮືອນຊານ ລາງຜ່ອງເກີດປ່ວຍໄຂ້ ແລະເຈັບຫົວ ທັງຜົວເມຍ ແລລູກເຕົ້າ ກັບທັງພໍ່ແມ່ ເຖົ້າແກ່ ຊ້ໍາພັດເຫຼົ່າເສຍ ຝູງຄົນເຄີຍເຫັນມາແຕ່ປາງກ່ອນ ຈິ່ງຢ້ານຢ່ອນຕົກໃຈ ຄິດຫາ ສີ່ງປ້ອງກັນໂພທັງສີ່ນີ້ ບໍ່ໃຫ້ມາເຖິງຕົ້ນ ລາງຄົນຫາພໍນາເສຍລາງສະເດາະເຄາະ ບວງສວງເທວະດາ ດ້ວຍວັດຖຸສິ່ງຂອງຕ່າງໆ ເປັນຕົ້ນວ່າ ມີເຂົ້າດໍາ ເຂົ້າແດງ ແກງສົ້ນ ແລະ ແກງຫວານ ໂທງສາມແຈ»ຈອກ ແລະເກົ້າຫ້ອງ ເກົ່າຫຼັກ ເກົ້າປັກ ແລະເກົ້າຊັ້ນ ລາງ ຜ່ອງນັ້ນ ໄປໄຫວ້ກົກໄມ້ໃຫຍ່ ແລະພູດອຍ ເປັນທີ່ເພິ່ງອາໃສຂອງຕົນ ແຕ່ທີ່ເບິ່ງເຫຼົ່າ ນີ້ ບໍ່ຈັດວ່າເປັນທີ່ເພິ່ງອັນອຸດົມ ສົມກັບພຣະພຸທທະຄາຖາວ່າ:
ພະຫຸງເວ ສະຣະນັງ ຍັນຕິ ປັພພະຕານິ ວະນານິຈະ ອາຣາມະ ຣຸກຂະເຈຕະຍານິ ມະນຸສສາ ພະຍະຕັຊຊິຕາ ດັ່ງນີ້ເປັນເຄົ້າ ມະນຸສສາ ອັນວ່າມະນຸດທັງຫຼາຍ ເມື່ອໂພຄຸກ ຄາມມາເຖິງຕົນແລ້ວ ກໍເອົາພູດອຍ ປ່າໄມ້ ແລະອາຣາມ ຕົ້ນໄມ້ແລ ມາເປັນທີ່ຈັ້ງທີ່ເພິ່ງ ທີ່ຈັ້ງທີ່ເພິ່ງເຫຼົ່ານັ້ນ ບໍ່ເປັນທີ່ເພິ່ງອັນກະເສີນແລະປອດໄພ ຖ້າມະນຸດຜູ້ປາຖະນາຍັງທີ່ ເພິ່ງອັນໝັ້ນຄົງ ເປັນທີ່ເພິ່ງໄດ້ຕະຫຼອດໄປນັ້ນ ເຄື່ອງປ້ອງກັນອັນແທ້ຈິງແລ້ວ ໄດ້ແກ່ ການນ້ອມນຶກເອົາຍັງຄຸນພຣະພຸທທະເຈົ້າ ພຣະທັມມະເຈົ້າ ແລະພຣະສັງຄະເຈົ້າ ມາເປັນ ທີ່ຄັ້ງທີເພິ່ງສາມາດກໍາຈັດໂພຍໄພອັນຕະຣາຍ ແລະເຫດຮ້າຍໄດ້ ສົມດັ່ງພຣະພຸທທະ ຄາຖາພາສິດວ່າ ໂຍ ຈະ ພຸທທັນຈະ ທັມມັນຈະ ສັງຄັນຈະ ສະຣະນັງ ຄະໂຕ ດັ່ງນີ້ເປັນ ເຄົ້າ ຜູ້ໃດເຂົ້າເຖິງພຣະພຸທທະເຈົ້າ ພຣະທັມມະເຈົ້າ ແລະພຣະສັງຄະເຈົ້າ ວ່າເປັນທີ່ເພິ່ງ ແລ້ວ ຍ່ອມພົ້ນຈາກທຸກໄພອັນຕະຣາຍທັງປວງເສຍໄດ້ ແລະຄວາມສະນຽດຈັງໄຮທັງ ຫຼາຍ ທີ່ໄດ້ເຫັນແລະໄດ້ຍິນ ເຊິ່ງເກີດມີໃນຢ້າວເຮືອນຊານ ແລະໄຮ່ນາຮົ້ວສວນ ເປັນຕົ້ນ ກໍຈັກພິນາດສ້ຽງສູນໄປ ຍ້ອນອານຸພາບແຫ່ງຄຸນພຣະຣັຕຕະນະໄຕຣແກ້ວທັງ ໓ ນັ້ນແລ ດັ່ງນັຍ ແຫ່ງພຣະຄາຖາພຸທທະພາສິດວ່າ ສັພພາສີວິສະຊາຕີນັງ ທິພພະມັນຕາຄະທັງ ວິຍະ ດັ່ງນີ້ເປັນເຄົ້າ ພຣະປະຣິຕໄດ້ຫ້າມເສຍ ເຊິ່ງອັນຕະຣາຍທັງປວງ ບໍ່ໃຫ້ມີສ່ວນເຫຼືອ ໂດຍປະການທັງປວງ ແກ່ໝູ່ມະນຸດສັດທັງຫຼາຍ ອັນຢູ່ໃນອານາເຂດ ໃນທີ່ທັງປວງ ໃນ ກາລະທຸກເມື່ອ ດັ່ງມົນແລະຢາທິບ ໃຫ້ລະງັບດັບຫາຍເສຍ ເຊິ່ງພິດອັນຮ້າຍແຮງນາໆ ປະການ ຂໍແຜ່ນດິນທັງມວນອັນມີໃນທະວີບທັງ ໔ ມີທະວີບນ້ອຍສອງພັນເປັນບໍລິວານ ຈົ່ງຊະນະຂ້າເສິກສັດຕູ ແລະອຸປັດທະວະອັນຕະຣາຍທັງມວນ ຈົ່ງຮັກສາໃຫ້ປາສະຈາກ ພະຍາທິໂຣຄາ ໃຫ້ຢູ່ດີມີສຸຂ ຂໍໃຫ້ທ່ານທັງຫຼາຍ ມີພໍ່ເຮືອນແມ່ເຮືອນ ເປັນຕົ້ນ ຜູ້ໄດ້ຮັບທຸກ ຈົ່ງຢ່າມີທຸກ ຜູ້ມີໄພຈົ່ງຢ່າມີໂພ ແລະຜູ້ເຖິງຄວາມໂສກເສົ້າເສຍໃຈ ກໍຢ່າໄດ້ມີຄວາມ ໂສກເສົ້າເສຍໃຈເທີ້ນ ກັບທັງຂໍອັງເຊີນເທພະດາເຈົ້າທັງຫຼາຍ ຈົ່ງຊົມຊື່ນອະນຸໂມທະນານໍາບຸນອັນທ່ານທັງຫຼາຍ ໄດ້ເຮັດແລ້ວດ້ວຍເຫດພຽງທໍ່ນີ້ ເພື່ອໃຫ້ແລ້ວຍັງສົມບັດທຸກ ເຍືອງ ຄີເຄື່ອງຄໍ້າ ມິ່ງມຸງຄຸນ ໃນຢ້າວເຮືອນທີ່ນີ້ ເປັນຕົ້ນ ດ້ວຍອໍານາດທີ່ພວກທ່ານໄດ້ ໃຫ້ທານ ໄດ້ຮັກສາສີລ ໄດ້ຈເຣີນເມດຕາພາວະນາ ແລະໄດ້ຟັງຣົດສະທັມມະເທສະນາ ຂໍໝູ່ເທພະດາເຈົ້າຜູ້ມາແລ້ວ ຈົ່ງນໍາເອົາອຸປັດຕິເຫດ ແລະເຄາະເຂັນຈັ່ງໂຮ ຄວາມທຸກ ໂສກໂຫມ້ຫມອງໃຈ ກັບໄປສູ່ວິມານອັນເປັນທີ່ຢູ່ຂອງທ່ານເທີ້ນ.
ອີກປະການໜຶ່ງ ຂໍອັງເຊີນເອົາພຣະພຸທທະເຈົ້າ ຕົນທີ່ມີພຣະກໍາລັງ ກັບທັງເຫຼົ່າພຣະ ປັຈເຈກະພຸທທະເຈົ້າ ແລະພຣະອະຣະຫັນຕາເຈົ້າທັງຫຼາຍ ຈົ່ງມາຮັກສາເຈົ້ານລະສັທທາ ຢ້າວເຮືອນແລະສິບພະສັດທັງມວນ ດ້ວຍເຕຊະພຣະກໍາລັງ ຂອງພຣະພຸທທະເຈົ້າ ຈົ່ງມາ ລະງັບດັບເດຊົ່ວຮ້າຍ ໃຫ້ຫາຍສຽງໄປ ອາໃສໃນພຣະຄາຖາວ່າ ມະຫາກາຣຸນີໂກ ນາໂຖ ຫິຕາຍະ ສັພພະປານີນັງ ດັ່ງນີ້ເປັນເຄົ້າ ຂໍພຣະພຸທທະເຈົ້າຕົນເປັນທີ່ເພິ່ງ ຂອງໝູ່ສັບພະສັດ ປະກອບດ້ວຍພຣະມະຫາກະຣຸນາ ບໍາເພັນປາຣະມີມາໄດ້ ໓໐ ທັດ ໃຫ້ເຕັນ ແລ້ວ ເພື່ອເປັນປະໂຫຍດແກ່ສັບພະສັດທັງຫຼາຍ ຈິ່ງໄດ້ຕັດສະຮູ້ອັນອຸດົມ ດ້ວຍອໍານາດ ຄວາມສັດຈິງນີ້ ຂໍໄຊຍະມຸງຄຸນ ຈົ່ງມີແກ່ທ່ານເຈົ້າບ້ານ ແລະເຈົ້າເຮືອນໃນທີ່ນີ້ ພ້ອມທັງ ຊັບສົມບັດ ສັດສາວາສິ່ງ ຍານພາຫະນະ ທຸກຖ້ວນໜ້າເທີ້ນ.
ຊະຍັນໂຕ ໂພທິຍາ ມູເລ ພຣະພຸທທະເຈົ້າ ຊົງຜະຈົນນານ ຢູ່ທີ່ເກົ້າໂມ້ສີມະຫາໂນ ເປັນຜູ້ເລີດແລ້ວ ຍິນດີຢູ່ເທິງອະພິເສກແທ່ນແກ້ວ ແລ້ວຈິ່ງໃຫ້ຄວາມຈະເຣີນຍິນດີ ແກ່ ພວກຊາວສາກະຍະຣາດວ່າ ພຣະອົງຊົງຊະນະນານ ຢູ່ເໜືອອະປະຣາຊິຕະບັນລັງແທ່ນ ແກ້ວ ອັນເປັນໄຊຍະມຸງຄຸນເໜືອໃບບົວ ຄືແຜ່ນປະຖະພີເປັນປະທານ ອັນນີ້ແລ ມີສັນໃດ ຂໍໃຫ້ທ່ານຜູ້ເປັນເຈົ້າຂອງບ້ານເຮືອນ ແລະຍາດມິດສາຍໂລຫິດທັງຫຼາຍ ຈົ່ງຜາບແພ້ຝູງ ໝູ່ອຸບາດເຫດຣ້າຍຈັງໄຮ ໃຫ້ສ້ຽງສູນໄປຢ່າໄດ້ຄາຄ້າງ ເໝືອນດັ່ງພຣະເຈົ້າມ້າງກິເລດ ສາມານ ວັນນັ້ນແລ ອັນໜຶ່ງ ທ່ານທັງຫຼາຍປະພິດຊອບທາງກາຍ ວາຈາ ແລະໃຈ ໃນ ເວລາໃດ ເວລານັ້ນຊື່ວ່າ ເລີກດີ ຍາມດີ ສະຫວ່າງດີ ຮຸ່ງເຮືອງດີ ແລະຄະນະດີ ຄູ່ດີ ຂໍໃຫ້ ເປັນຜູ້ປາດສະຈາກທຸກ ໂສກ ໂຣກໄພ ກັບທັງອຸປັດທະວົນຕະຣາຍ ຈົ່ງໃຫ້ສະງົບລະງັບ ດັບຫາຍໄປດ້ວຍອານຸພາບ ຂອງພຣະພຸທທະເຈົ້າ ພຣະທັມມະເຈົ້າ ແລະພຣະສັງຄະເຈົ້າ ທີ່ພວກທ່ານ ໄດ້ເຄົາຣົບສັກກາຣະບູຊາ ມາທຸກວັນເວລາບໍ່ໄດ້ຂາດ ຈົ່ງປະສົບພ້ອມໄປ ດ້ວຍພອນໄຊ ໔ ປະການ ຄື ອາຍຸ ວັນນະ ສຸຂະ ພະລະ ຈົ່ງເກີດມີແກ່ເຈົ້າມູລະສັທທາ ຈະປາຖະໜາອັນໃດ ກໍຈົ່ງໃຫ້ໄດ້ດັ່ງຄໍມັກປາຖະນາເທີ້ນ.
ຣະຕະນັຕຕະຍານຸພາເວນະ ຍ້ອນອານຸພາບແຫ່ງພຣະຣັຕຕະນະໄຕຣ ແກ້ວອັນປະເສີດສາມປະການ ຕາມທີ່ໄດ້ກ່າວ ມາແລ້ວ ຈົ່ງມາພິທັກຮັກສາ ຍັງເຈົ້າມູລະສັທທາ ແລະພູດທະບໍຣິສັດທັງຫຼາຍ ທີ່ມາໃນ ງານບຸນຄາວນີ້ ໃຫ້ພົ້ນຈາກໄພວິບັດ ສາມາດກໍາຈັດຄວາມທຸກໂສກຮ້າຍ ໃຫ້ວິນາດສ້ຽງ ສູນໂປແດ່ກໍຂ້າເທີ້ນ ຂໍຄວາມສຸຂ ຄວາມຈະເຣີນ ຈົ່ງເກີດມີແກ່ເຈົ້າມູລະສັທທາທັງຫຼາຍ ດັ່ງໄດ້ເທສະນາມາ ນິຕຖິຕາ ກໍສະເດັດບໍຣະບວນຄວນແລ້ວເທົ່ານີ້ແລ.
ອຸນຫັສສະວິໄຊ
ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ (ວ່າ ໓ ເທື່ອ).
ເຕນະ ໂຂ ປະນະ ສະມະເຍນະ ສັຕຖາ ຕາວະຕິງສະພາວະເນ ວິຫະຣັນໂຕ ປາຣິສັຕຕະກະມູລັມຫິ ບັນທຸກັມພະລະສີລາສະເນ ນີສີທີຕິ.
ໂພນຕາ ສາທະໂວ ດູຣາສັບປຸຣິສະເຈົ້າທັງຫຼາຍ ຝູງມີຄວາມປາຖະນານັກໃຄ່ຫາຍັງ ສຂ ໓ ປະການ ນີຣະພານເປັນທີ່ແລ້ວ ຈຶ່ງຕັ້ງໂສຕະປະສາດຫູທັງສອງ ຝັງຍັງພຣະທັມ ມະເທສະນາ ອັນມີຊີ້ວ່າ ອຸນຫັສສະວິໄຊຍະກະຖາ ໃຫ້ແກ່ນັກປຼາດເຈົ້າທັງຫຼາຍ ຝູງມີ ຜະຫຍາປັນຍາ ເພິງຮູ້ດັ່ງນີ້ເທີ້ນ ໃນສະໄໝໜຶ່ງ ສັຕຖາ ອັນວ່າ ພຣະສັບພັນຍູເຈົ້າແຫ່ງ ເຮົາຕົນປະເສີດກວ່າຄົນແລະເທວະດາທັງຫຼາຍ ໄດ້ປະທັບນັ່ງຢູ່ເໜືອຫີນບັນດວັນພະລະ ສີລາອາດ ພາຍໃຕ້ຕົ້ນໄມ້ປາຣິກະຊາດ ໃນສະຫວັນຊັ້ນດາວະດິງພິພົບ ໄດ້ສະແດງນນະ ເທສະນາ ຊື່ວ່າພຣະອະພິທັມມາ ໗ ຄັມພີ ແກ່ເທວະດາທັງຫຼາຍ ອັນນີສີຣິມະຫາມາຍາ ເທພະບຸດ ພຸທທະມານດາເປັນປະທານ ເພື່ອໃຫ້ໄດ້ບັນລຸທັມນະວິເສດ ເຊິ່ງມີ ມັຄຜົລ ແລະ ນິພພານ ເປັນຕົ້ນ ກໍມີແລ.
ໃນກາລະຄັ້ງນັ້ນ ຍັງມີເທວະບຸດຕົນໜຶ່ງຊື່ວ່າ ສຸປະຕິດຖິຕະເທວະບຸດ ເປັນຜູ້ມີຣິດ ເດດອານຸພາບຍິ່ງນັກໜາ ໄດ້ສະເຫວີຍທິບພະສົມບັດ ໃນຊັ້ນສະຫວັນຊັ້ນດາວະດິງ ມາ ເປັນເວລາເຫິງນານ ໄດ້ສະເຫວີຍຜົນທານ ທີ່ຕົນໄດ້ເຄີຍໃຫ້ມາແລ້ວໃນປາງກ່ອນ ແຕ່ຍັງອີກ ໗ ວັນ ຜົນບຸນອັນນັ້ນ ກໍຈະໝົດສ້ຽງໂປ ເທວະບຸດຕົນນັ້ນກໍຈັກຈຕິຕາຍຈາກສະຫວັນ ເທວະໂລກ ແລ້ວຈັກໄດ້ໂປບັງເກີດໃນອະເວຈີນະຣົກຫຼາຍແສນປີນັ້ນແລ ຫຼັງຈາກນັ້ນ ຈັກໄດ້ໄປເກີດເປັນສັດເດຍຣະສານ ໗ ຈໍາພວກ ຈໍາພວກລະ ໕໐ ຊາດ ກໍມີແລ ຄັ້ງນັ້ນ ຍັງມີເທວະບຸດຕົນໜຶ່ງຊື່ວ່າ ອາກາສະຈາຣິນີເທວະບຸດ ທີ່ຄຸ້ນເຄີຍ ແລະຮັກແພງກັນກັບ ສຸປະຕິຕຖິຕະເທວະບຸດ ແລະໄດ້ຮ່ວມຮັກສາອຸໂປສົດດ້ວຍກັນ ໃນຊາດປາງກ່ອນ ເປັນຜູ້ຮູ້ຈັກຍັງສະພາວະ ອັນຈັກໝົດຈັກສ້ຽງແຫ່ງອາຍຸ ຂອງສຸປະຕິດຖິຕະເທວະບຸດນັ້ນ ຈຶ່ງມີ ຈິດໃຈກະຣຸນາປານີອິ່ນດູ ເພື່ອຈະອະນຸເຄາະ ຈິ່ງເຂົ້າໄປແຈິງເຫດການນັ້ນ ແກ່ສຸປະຕິດຖິຕະເທວະບຸດ ຄັນວ່າສຸປະຕິຕຖິຕະເທວາບຸດ ໄດ້ຍິນດັ່ງນັ້ນ ກໍສະດຸ້ງຕົກໃຈຢ້ານກົວຍິ່ງໜັກໜາ ແທ້ຈິງແລ້ວ ການທີ່ເທວະບຸດຈັກຈຸຕິຈາກສະຫວັນນັ້ນ ຍ່ອນກໍາຫນົດຮູ້ໄດ້ດ້ວຍ ເຫັນບຸບພະນິມິດ ໕ ປະການ ບັງເກີດມີແກ່ຕົນດັ່ງນີ້ຄື: ດອກໄມ້ທິບກໍເປັນອັນຫ່ຽວແຫ້ງເສຍ ໑ ຮ່າງກາຍເສົ້າຫມອງບໍ່ຜ່ອງໃສ ໑ ຜ້າທິບເຄື່ອງຊົງກໍຫມົ່ນຫມອງເສຍ ໑ ທີ່ຢູ່ທີ່ນອນກໍເປັນອັນຮ້ອນຍິ່ງໜັກ ໑ ຄັນທະຣົງຜ້າສະໂບເຂົ້າຂອງກໍຍິ່ງຮ້ອນຮົນກະວົນກະວາຍ ໑
ເມື່ອບຸບພະນິມິດ ໕ ປະການນີ້ ປະກົດເກີດມີແກ່ເທວະບຸດ ແລະເທວະທິດາອົງໃດ ເທວະບຸດ ແລະເທວະທິດາອົງນັ້ນ ກໍຈະຕ້ອງຈຸຕິຕາຍຈາກສະຫວັນເທວະໂລກ ໂດຍທ່ຽງ ແທ້ບໍ່ຕ້ອງສົງໃສແລ.ສ່ວນວ່າ ສຸປະຕິດຖິຕະເທວະບຸດ ໄດ້ຮູ້ເຫດດັ່ງນັ້ນແລ້ວ ບໍ່ຢາກໂປສະເຫວີຍຜົນກັມ ອັນຊົ່ວຮ້າຍ ຈິ່ງເຂົ້າໄປສູ່ສໍານັກຂອງພຣະຍາອິນທາທິປັດຕິຣາດ ຜູ້ເປັນໃຫຍ່ໃນສະຫວັນ ຊັ້ນດາວະດິງ ຄັນເຖິງແລ້ວກໍໄຫວ້ ແລ້ວນັ່ງຢູ່ທີ່ສົມຄວນແຫ່ງຕົນ ຈິ່ງຂາບທູນເຫດຮ້າຍ ຕ່າງໆ ໃຫ້ຮູ້ ຂໍເຈົ້າກູຈົ່ງເປັນທີ່ຈັ້ງທີ່ເພິ່ງ ແກ່ຜູ້ຂ້າແດ່ກໍຂ້າເທີ້ນ ສັກໂກ ສ່ວນວ່າ ພຣະຍາ ອິນທາທິປັດຕິຣາດ ຄັນໄດ້ຟັງຍັງຄໍຂອງສຸປະຕິດຖິຕະເທວະບຸດແລ້ວ ຈິ່ງກ່າວວ່າ ຂຶ້ນ ຊີ້ວ່າຄວາມຕາຍແລ້ວ ເຖິງເຮົາຜູ້ໃຫຍ່ໃນສະຫວັນຊັ້ນດາວະດິງ ກໍທຽນຍ່ອມບໍ່ສາມາດ ຫ້າມ ແລະຕ້ານທານຄວາມຕາຍຂອງທ່ານໄດ້ ທໍ່ເວັ້ນໄວ້ແຕ່ອົງພຣະສັບພັນຍູເຈົ້າອົງ ດຽວນັ້ນແລ ທີ່ຈະເປັນທີ່ຈັ້ງທີ່ເພິ່ງ ແກ່ສັດຕະວະໂລກທັງມວນໄດ້ ພຣະສັບພັນຍູເຈົ້າ ອາດຫາວິທີຜ່ອນໜັກໃຫ້ເປັນເບົາໄດ້ດີຫລີແລ. ບັດນີ້ ສັຕຖາ ອັນວ່າພຣະສັບພັນຍູເຈົ້າ ກໍປະທັບຢູ່ເໜືອແທ່ນທິນບັນດພະລະສີລາອາດ ແທບເຄົ້າໄມ້ປາຣິກະຊາດ ຖ້າທ່ານຕ້ອງການຈະລະງັບໂພຍໄພຈົນຕາຍ ຂອງທ່ານແລ້ວ ຈຶ່ງຈັດແຈງແຕ່ງເຄື່ອງກິຍາບູຊາ ມີດອກໄມ້ ທູບ ທຽນ ແລະຂອງຫອນມາເຖີດ ເຮົາຈະພາໄປເຝົ້າ ສົມເດັດພຣະພຸທທະເຈົ້າ ເພື່ອຈະໄດ້ທູນຖາມ ເຊິ່ງເຫດຂອງທ່ານຕໍ່ພຣະອົງ ເພື່ອຈັກໄດ້ເປັນທີ່ເພິ່ງໃນກາລະບັດນີ້.
ສ່ວນວ່າ ສຸປະຕິຕຖິຕະເທວະບຸດ ຄັນໄດ້ຟັງຄໍາຂອງພຣະຍາອິນທາທິປັດຕິຣາດ ດັ່ງ ນັ້ນແລ້ວ ກໍຈັດແຈງແຕ່ງເຄື່ອງກິຣິຍາບູຊາ ຕາມຄໍາ ຂອງພຣະຍາອິນທາທິດຕິຣາດ ແລ້ວພຣະຍາອິນ ກໍໄດ້ນໍາພາສຸປະຕິດຖິຕະເທວະບຸດ ໄປເຝົ້າພຣະພຸທທະເຈົ້າ ຄັນເຂົ້າໄປ ເຖິງແລ້ວ ກໍໄດ້ຂາບໄຫວ້ ນັ່ງຢູ່ທີ່ສົມຄວນສ່ວນຂ້າງໜຶ່ງ ແລ້ວຂາບໂດ້ທູນເຫດຮ້າຍທັງ ຫຼາຍ ໃຫ້ພຣະພຸທທະເຈົ້າຮູ້ໂດຍຕະຫຼອດ ຄັນແລ້ວ ພຣະຍາອິນທາທິປັດຕິຣາດ ກໍໄດ້ຂາບ ທູນໃຫ້ພຣະພຸທທະເຈົ້າຊົງສະແດງຍັງບຸບພະກັນ ຂອງສຸປະຕິດຖິຕະເທວະບຸດໃຫ້ຟັງ ພຣະພຸທທະເຈົ້າຕົນປະເສີດ ກໍໄດ້ເທສະນາສະແດງບຸບພະກັມຂອງສຸປະຕິດຖິຕະເທວະບຸດ ດັ່ງມີເນື້ອຄວາມວ່າ:
ມະຫາຣາຊະ ດູຣາມະຫາຣາດ ໃນກາລະເມື່ອກ່ອນ ສຸປະຕິຕຖິຕະເທວະບຸດຕົນນີ້ ເກີດເປັນມະນຸດ ໄດ້ເປັນຜູ້ມີຄວາມປະຫມາດເຫັນຜິດ ຕັ້ງຕົນເປັນນາຍພານເນື້ອ ໄດ້ລັກ ເອົາລູກນົກຫນີຈາກພໍ່ແມ່ ແລະມີຈິດໃຈແຂງກະດ້າງ ຂ້າພໍ່ຕີແມ່ ແລະດ່າສະມະນະຊີ ພຣານ ບໍ່ເຄົາຣົບຢາເກງພຣະພິກຂຸສົງຜູ້ໄປມາຫາສູ່ ບໍ່ເຄົາຣົບຜູ້ເຖົ້າຜູ້ແກ່ ຄູບາອາຈານ ເຖິງເຫັນຢູ່ ກໍເຮັດດັ່ງບໍ່ຮູ້ບໍ່ເຫັນ ຍ້ອນຜົນແຫ່ງກັມອັນນີ້ແລ ສຸປະຕິດຖິຕະເທວະບຸດ ຈິ່ງຈັກໄດ້ໄປບັງເກີດໃນນະຣົກ ສະເຫວີຍຜົນກັມໃນນະຣົກ ປະມານແສນປີ ຄັນພົ້ນຈາກ ນະຣົກນັ້ນແລ້ວ ກໍຈັກໄດ້ໂປບັງເກີດ ໃນກໍາເນີດສັດເດຍຣະສານ ໗ ຈໍາພວກ ຄືວ່າໄດ້ ເກີດເປັນຮຸ້ງ ເປັນແຮ້ງ ເປັນເຕົ່າ ເປັນໝູ່ ເປັນຫມາ ເປັນຄົນຫູຫນວກ ຕາບອດ ແລເປັນສິ່ງ ລະຫ້າຮ້ອຍຊາດ ດ້ວຍວິບາກແຫ່ງອະກຸສົນກັມ ທີ່ໄດ້ກະທໍາມານີ້ ຂໍມະຫາບໍພິດເຈົ້າ ຈົ່ງຮູ້ຜົນ ດັ່ງກ່າວມາດ້ວຍປະການດັ່ງນີ້ແລ.
ສັກໂກ ຄັນເມື່ອພຣະຍາອິນທາທິປະຕິຣາດເຈົ້າ ໄດ້ຟັງຍັງບຸບພະກັມຂອງເທວະບຸດ ດັ່ງນີ້ແລ້ວ ກໍມີຈິດເມດຕາສົງສານ ສຸປະຕິດຖິຕະເທວະບຸດຍິ່ງໜັກໜາ ຈິ່ງຂາບທູບໄຫວ້ພຣະສັບພັນຍູເຈົ້າວ່າ ພັນເຕ ພະຄະວາ ຂ້າແຕ່ພຣະພຸທທິເຈົ້າຕົນປະເສີດ ອັນໃດແລຈັກ ເປັນທີ່ເພິ່ງທີ່ຮັກສາ ໃຫ້ເທວະບຸດຕົນນີ້ ບໍ່ໃຫ້ຕາຍລົງພາຍໃນ ໗ ວັນ ໃຫ້ມີອາຍຸໝັ້ນຍືນ ຂໍພຣະອົງຈົ່ງໃຫ້ທີ່ຈັ້ງທີ່ເພິ່ງນັ້ນ ແດ່ກໍຂ້າເທີ້ນ ພະຄະວາ ອັນວ່າປຣະສັບພັນຍູເຈົ້າ ຕົນ ເປັນເຫງົ້າ ແຫ່ງເທວະດາແລມະນຸດທັງຫຼາຍ ຈິ່ງກ່າວວ່າ ມະຫາຣາຊະ ດູຣາມະຫາ ຣາດເຈົ້າ ເອໂກ ນໂມ ຍັງມີທັມດວງໜຶ່ງ ອຸນຫັສສະວິຊະໂຍ ນາມະ ມີຊີວ່າອຸນຫັດສະ ວິໄຊ ເປັນອັນອຸດົມຍິ່ງ ຈົ່ງໃຫ້ເທວະບຸດຕົນນີ້ຮຽນເອົາໃຫ້ໄດ້ ຈືໄວ້ ແລ້ວປະຕິບັດ ດ້ວຍກາຍ ວາຈາ ແລະໃຈໃຫ້ບໍຣິສຸດເທີ້ນ ກໍຈັກເປັນທີ່ຈັ້ງທີ່ເພິ່ງ ບໍ່ໃຫ້ຕາຍລົງພາຍໃນ ໗ ວັນນັ້ນແລ ຄັນແລ້ວ ພຣະສັບພັນຍູເຈົ້າ ກໍເທສະນາສະແດງຍັງຊື່ວ່າ ອຸນຫັດສະວິໄຊ ດັ່ງມີໃຈຄວາມເປັນພຣະຄາຖາວ່າດັ່ງນີ້:
ອັຕຖິ ອຸນຫັສສະວິຊະໂຍ ທັມໂມ ໂລເກ ອະນຸຕຕະໂຣ ສັພພະສັຕຕະຫິຕັຕຖາຍະ ຕັງ ຕະວັງ ຄັນຫາຫິ ເທວະເຕ ປະຣິວັຊເຊ ຣາຊະທັນເດ ອະມະນຸສເສຫິ ປາວະເກ ພະຍັຄເຄ ນາເຄ ວິເສພູເຕ ອະກາລະມະຣະເນນະ ວາ ສັພພັສະມາ ມະຣະນາມຸຕໂຕ ຈະເປຕະວາ ກາລະມາຣິຕັງ ຕັສເສວະ ອານຸພາເວນະ ໂຫຕຸ ເທໂວ ສຸຂີ ສະທາ ສຸທທະສີລັງ ສະມາທາຍະ ທັມມັງ ສຸຈະຣິຕັງ ຈະເຣ ຕັສເສວະ ອານຸພາເວນະ ໂຫຕຸ ເທໂວ ສຸຂີ ສະທາ ລິກຂິຕຕັງ ຈິນຕິຕັງ ປູຊັງ ທາຣະນັງ ວະຈະນັງ ຄະຣຸງ ເຕສັງ ເທສະນັງ ສຸຕະວາ ຕັສສະ ອາຍຸ ປະວັທທະຕີຕິ.
ເທວະເຕສຸ ດູຣາເທວະດາທັງຫຼາຍ ພຣະທັມອັນນີ້ຊື່ວ່າ ອຸນຫັດສະວິໄຊ ເປັນຍອດ ແຫ່ງທັມທັງຫຼາຍ ເປັນປະໂຫຍດແກ່ສັດທັງປວງ ທ່ານຈົ່ງຖືເອົາຍັງບັນດວງນີ້ເປັນທີ່ເພິ່ງ ອຸດສາຫະສູດມົນທຸກຄໍ່າເຊົ້າວັນຄືນ ຍ່ອມຫ້າມເສຍໄດ້ເຊິ່ງໄພອັນຕະຣາຍທັງປວງ ອັນ ຈະເກີດຂຶ້ນແຕ່ພູດຜີປີສາດ ເສືອໂຄ່ງ ເສືອເຫລືອງ ງູໃຫຍ່ ງນ້ອຍ ແຮດ ຊ້າງ ພຣະຣາຊາ ແລະເສນາອໍາມາດທັງປວງ ແລະຈະບໍ່ຕາຍຍ້ອນອະສໍຣະພິດທັງມວນ ເວັ້ນໄວ້ແຕ່ຈະ ສຽງອາຍນັ້ນແລ້ວ ກໍຈຶ່ງຈະຕາຍແທ້ແລ ບຸກຄົນຜູ້ໃດໄດ້ຂຽນໄວ້ ກໍດີ ໄດ້ຟັງ ກໍດີ ໄດ້ສູດ ມົນຈະເຣີນພາວະນາຢູ່ທຸກວັນ ກໍດີ ໄດ້ສັກກາຣະບູຊາເຄົາຣົບນົບໄຫວ້ ແລະໄດ້ປະຕິບັດ ກໍດີ ບຸກຄົນຜູ້ນັ້ນ ກໍຈັກມີອາຍຸຍືນຍາວ ດູຣາເທວະດາທັງຫຼາຍ ຂໍໃຫ້ທ່ານທັງຫຼາຍ ຈົ່ງມີຄວາມສຸຂເທີ້ນ ສັກກັຕະວາ ພຸທທະຣະຕະນັງ ໂອສະນັງ ອຸຕຕະນັງ ວະຣັງ ຫິຕັງ ເທວະມະນຸສສານັງ ພຸທທະເຕເຊນະ ໂສຕຖິນາ ວັສສັນຕຸປັທທະວາ ສັບເພ ທຸກຂາ ວູປະສະເມນຕຸ ເຕ ສັກກັຕະວາ ມະຣະຕະນັງ ໂອສະຖັງ ອຸຕຕະມັງ ວະຣັງ ປະຣິລາກູປະສະມະນັງ ທັມມະເຕເຊນະ ໂສຕຖິນາ ນັສສັນຕຸປັທທະວາ ສັບເພ ພະຍາ ວູປະສະເມນຕຸ ເຕ ສັກກັຕະວາ ສັງຄະຣະຕະນັງ ໂອສະຖັງ ອຸຕຕະມັງ ວະຣັງ ອາຫູເນຍຍັງ ປາຫຸເນຍຍັງ ສັງຄະເຕເຊນະ ໂສຕຖິນາ ນັສສັນຕຸປັທທະວາ ສັບເພ ໂຣຄາ ວູປະສະເມນຕຸ ເຕ.ອັນນຶ່ງ ເຍ ຊະນາ ອັນວ່າ ນໍຣະຍິງຊາຍຜູ້ໃດ ໄດ້ບູຊາຍັງພຣະຣັຕຕະນະໄຕຣແກ້ວ ໓ ປະການ ຄືພຣະພຸທທະເຈົ້າ ພຣະທັມມະເຈົ້າ ແລະພຣະສັງຄະເຈົ້າ ອັນວ່ານໍຣະຍິງຊາຍຜູ້ ນັ້ນ ຍ່ອມເປັນເໝືອນໄດ້ກິນຢາອາຍຸວັດທະນະອັນປະເສີດ ມີອາຍຸໝັ້ນຍືນ ຈັກເປັນຜູ້ພົ້ນ ທຸກໄຟພະຍາດທັງປວງ ຍ້ອນອໍານາດຄຸນຂອງພຣະຄາຖາອຸນຫັດສະວິໄຊ ແລະຄຸນຂອງ ພຣະຣັຕຕະນະໄຕຣນີ້ ຈະຄຸ້ມຄອງປ້ອງກັນ ໃຫ້ຊີວິດຂອງທ່ານຈະເຣີນສືບໄປ ຂໍໃຫ້ທ່ານ ຈົ່ງພາກັນປະຕິບັດ ແລະຮັກສາໄວ້ຢ່າໃຫ້ຂາດເທີ້ນ.
ເທສະນາປະຣິໂຍສາເນ ໃນເມື່ອແລ້ວພຣະສັທທັມມະເທສະນາ ເທວະຕາໂຍ ອັນວ່າ ເທວະດາທັງຫຼາຍ ມີພຣະຍາອິນທາທິປາຕິຣາດເປັນປະທານ ກໍໄດ້ເຖິງທັມມະວິເສດ ມີ ປະເພດກ່າວຄືນັຄ ຜົລ ນິບພານເປັນອັນມາກ ສ່ວນວ່າສຸປະຕິດຖິຕະເທວະບຸດນັ້ນ ກໍມີໃຈ ນ້ອມໄປໃນທັມມະວິເສດ ກັບເພດໄດ້ດຕະພາບໃຫມ່ ມີກາຍອັນຜ່ອງໃສ ແລະມີອາຍຸຍືນ ຍາວ ຕະຫຼອດໄປເຖິງ ສະໄໝຂອງພຣະພຸທທະເຈົ້າ ຊົງພຣະນາມວ່າ ພຣະສີອະຣິຍະເມດ ໂຕຣ ອົງຈະລົງມາຜັດໃນຂ້າງໜ້ານັ້ນແລ ຈິ່ງຈະໄດ້ຈຕິລົງມາສູ່ມະນຸດໂລກ ກໍຈັກໄດ້ ເປັນພຣະອະຣະຫັນຕະສີນາສາວົກອົງໜຶ່ງ ແທ້ແລ.
ຂໍໃຫ້ສັບປຸຣິສະເຈົ້າທັງຫຼາຍ ຈົ່ງພ້ອມກັນປະພຶດປະຕິບັດ ໃນຄາຖາອຸນຫັດສະວິໂຊ ດັ່ງໄດ້ເທສະນາມານີ້ ກໍຈັກໄດ້ປະສົບຄວາມສໍາເຣັດດັ່ງສິ່ງນຸ້ງມາດປາຖະນາທຸກປະການ ນິດຖິຕັງ ກໍສະເດັດບໍຣະບວນຄວນເທົ່ານີ້ແລ.
ທິພພະມົນ
ນະໂມ ຕັດສັດຖູ ລະຕະນັດ ຕະຍັດສະ ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ ຈະ ໂກຈິ ອຸປັດທະໂວ ຍະຖາ ທັນຍະທາລາ ທະນັນຊະຍັດສະ ຄະເລ ປະວັດສັນຕຸ ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ ຈະ ໂກຈິ ອຸປັດທະໂວ ຍະຖາ ການຈະນາມິ ອຸກຄະຕັດສະ ຄະເລ ປະວັດສັນຕຸ ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາຈະ ໂກກິ ອຸປັດທະໂວ ຍະຖາ ການຈະນະຄິລະສັງກາໂສ ຊະຕິລັດສະ ຄະເລ ອຸປປັດຊະຕິ ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ ຈະ ໂກຈິ ອຸປັດທະໂວ ຍະຖາ ກາຫາປະນານິ ມັນທາຕຸລາຊິໂນ ຄະເລ ປະວັດສັນຕຸ ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ ຈະ ໂກຈິ ອຸປັດທະໂວ ຍະຖາ ສັບພະທິນານິ ປຸນກັດສະຄະເລ ປະວັດສັນຕຸ ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ ຈະ ໂກຈິ ອຸປັດທະໂວ ຍະຖາ ສັດຕະລະຕະນະວັດສານິ ເວດສັນຕະລັດສະ ຄະເລ ປະວັດສັນຕູຕິ
ໂພ ສາທະໂວ ດູລາສັບປຸລິສະທັງຫຼາຍ ໂກຈິ ອຸປັດທະໂວ ອັນວ່າຄວາມກັງວົນອົນຕາຍ ອັນໃດອັນໜື່ງກໍດີ ກໍຢ່າໄດ້ບັງເກີດມີແກ່ທ່ານເຖີ້ນ ໂກຈິ ປະລິໂພໂຄ ອັນວ່າເຂົ້າຂອງເຄື່ອງບໍລິໂພກ ອັນໃດອັນໜື່ງກໍດີ ມາ ຂະໂຍ ມາ ວະໂຍ ກໍຢ່າໄດ້ສ້ຽງໄປເໝືອໄປແກ່ທ່ານເຖີ້ນ ທັນຍະທາລາ ອັນວ່າຖ່ອງແຖວເຂົ້າເປືອກທັງຫຼາຍ ກໍຕົກລົງມາ ຄະເລ ໃນເຮືອນແກ່ທະນັນໄຊຍະເສດຖີ ແລະມີດ້ວຍປະການສັນໃດນັ້ນເຖີ້ນ ກລ່າວຄືວ່າ ຄວາມສ້ຽງໄປເໝືອໄປແຫ່ງວັດຖຸເຂົ້າຂອງເຄື່ອງບໍລິໂພກກໍດີ ແລຄວາມກັງວົນອົນຕາຍອັນໃດອັນໜື່ງກໍດີ ກໍຢ່າໄດ້ບັງເກີດມີແກ່ທ່ານເຖີ້ນ ອີກປະການໜື່ງ ໂກຈິ ປະລິໂພໂຄ ກໍຢ່າໄດ້ແຫ້ງໄປແກ່ທ່ານເຖີ້ນ
ການຈະນານິ ອັນວ່າເງິນແລະຄຳທັງຫຼາຍ ກໍຕົກລົງມາ ຄະເລ ໃນເຮືອນແຫ່ງອຸກຄະຕະເສດຖີ ແລະມີອຸປະມາສັນໃດ ອັນວ່າເງິນແລະຄຳທັງຫຼາຍ ກໍຈົ່ງຫຼັ່ງໄຫຼລົງມາຄະເລ ໃນຢ້າວເຮືອນແຫ່ງທ່ານກໍມີອຸປະມາສັນນັ້ນເຖີ້ນ ໂກຈິ ອຸປັດທະໂວ ອັນວ່າອຸປັດທະວະເຫດຮ້າຍອົນຕາຍ ອັນໃດອັນໜື່ງກໍດີ ກໍຢ່າໄດ້ບັງເກີດມີແກ່ທ່ານທັງຫຼາຍເຖີ້ນ ອັນໜື່ງ ໂກຈິ ປະລິໂພໂຄ ອັນວ່າວັດຖຸເຂົ້າຂອງເຄື່ອງບໍລິໂພກທີ່ໄດ້ເສຍສະລະວາງໄປໃຫ້ເປັນທານ ແລ້ວອັນໃດອັນໜື່ງກໍດີ ກໍຢ່າໄດ້ບົກໄດ້ແຫ້ງໄປແກ່ທ່ານເຖີ້ນ
ການຈະນະຄິລະສັງກາໂສ ອັນວ່າດອຍຄຳອັນສູງໄດ້ແປດສອກ ກໍເກີດມີມາໃນກຳຫຼັງເຮືອນແຫ່ງຊະດິນເສດຖີ ແລະມີດ້ວຍປະການສັນໃດ ອັນວ່າເງິນແລະຄຳອັນເປັນພູດອຍ ກໍຈົ່ງບັງເກີດມີແກ່ທ່ານທັງຫຼາຍ ດ້ວຍປະການສັນນັ້ນເຖີ້ນ ອັນວ່າ ອຸປັດທະວະອົນຕາຍ ອັນໃດອັນໜື່ງກໍດີ ອັນວ່າວັດຖຸເຂົ້າຂອງເຄື່ອງບໍລິໂພກອັນໄດ້ໃຫ້ທານໄປແລ້ວ ກລ່າວຄືວ່າ ເງິນແລະຄຳ ແກ້ວ ແຫວນ ເສື້ອຜ້າ ອາພອນອັນໃດອັນໜື່ງກໍດີ ກໍຢ່າໄດ້ສ້ຽງໄປເໝີດໄປກໍຂ້າແລ
ກະຫາປະນານິ ອັນວ່າ ເງິນ ຄຳ ແກ້ວ ແຫວນ ທັງຫຼາຍກໍຕົກລົງມາ ຄະເລ ໃນຢ້າວເຮືອນຫໍໂຮງແຫ່ງພະຍາມັນທາຕຸລາດ ດ້ວຍປະການສັນໃດ ອັນວ່າເຂົ້າຂອງກອງແກ້ວ ແລະເງິນຄຳທັງຫຼາຍ ກໍຈົ່ງຕົກລົງມາ ຄະເລ ໃນຢ້າວເຮືອນແຫ່ງທ່ານທັງຫຼາຍ ດ້ວຍປຮະການສັນນັ້ນເຖີ້ນ ສ່ວນອັນວ່າຄຳກັງວົນອົນຕາຍ ເຍື່ອງໃດເຍື່ອງໜື່ງກໍດີ ກໍຢ່າໄດ້ບັງເກີດມີແກ່ທ່ານ ພ້ອມທັງເຂົ້າຂອງເຄື່ອງບໍລິໂພກ ອັນໃດອັນໜື່ງກໍດີ ກໍຢ່າໄດ້ສ້ຍງໄປເໝີດໄປແກ່ທ່ານເຖີ້ນ ສັບພະທະນານິ ອັນວ່າ ຊັບສົມບັດເຂົ້າຂອງທັງມວນ ອັນຕົກລົງມາ ຄະເລ ໃນເຮືອນແຫ່ງປຸນນະກະະເສດຖີ ແລະມີດ້ວຍປະການສັນໃດນັ້ນເຖີ້້ນ
ກັບທັງຄວາມກັງວົນອັນຕາຍທັງຫຼາຍ ເປັນຕົ້ນວ່າ ຄວາມບໍ່ສຳບາຍ ເດືອດເນື້ອຮ້ອນໃຈ ເຈັບໄຂ້ທຸກໂສກໄໝ້ໝອງໃຈ ແລະຮ້ອງໄຫ້ຕ່າງໆ ກໍຢ່າໄດ້ບັງເກີດມີແກ່ທ່ານເຖີ້ນ ອີກປະການໜື່ງ ອັນວ່າເຂົ້າຂອງເຄື່ອງບໍລິໂພກ ອັນໃດອັນໜື່ງກໍດີ ຄືວ່າ ເງິນຄຳແກ້ວແຫວນ ເສື້ອຜ້າອາພອນ ແລະເຂົ້ານ້ຳໂພຊະນະອາຫານກໍຢ່າໄດ້ສ້ຽງໄດ້ ເໝີດໄປແກ່ທ່ານແລ
ສັດຕະ ຣະຕະນະ ວັດສານິ ອັນວ່າ ຫ່າຝົນແກ້ວເຈັດປຮະການ ອັນຕົກລົງມາ ໃນຂ່ວງຄຸ້ມຜາສາດລາດຊະວັງຫຼວງ ແກ່ພະຍາເວດສັນດອນ ປາງເມື່ອເປັນລັດສີຕົນສິກ ໃໝ່ ສະເດັດຈາກປ່າໄມ້ ເຂົ້າມາເມືອງວັນນັ້ນ ກໍມີດ້ວຍປະການສັນໃດ ອັນວ່າຫ່າຝົນແກ້ວເຈັດ ປະການ ຄືວ່າ ແກ້ວປັດທະມະລາດເຫຼື້ອມເຫຼືອຕາ ແກ້ວພິລາງາມພົ້ນພຸ່ງ ແກ້ວປະພານມີແສງເຮືອງຮຸ່ງ ແກ້ວມະນີພຸ່ງລັດສະໝີ ແກ້ວພິທູນມີຄ່າມາກ ແກ້ວວະຊິລະຫຼາກອາພາ ແກ້ວມຸກດາງາມຊ້ອຍໂຊດ ເງິນຄຳໂສດເຫຼືອຫຼາຍ ກໍຈົ່ງຕົກລົງມາຢາຍຢັ່ງຢາດເດຍລະດາດເຕັມບ້ານເຕັມເຮືອນ ຂອງທ່ານເຈົ້າມູນລະສັດທາ ອັນມີເຈົ້າເຮືອນເປັນເຄົ້າ ກັບທັງຂໍຢ່່າໃຫ້ພວກທ່ານໂສກເສົ້າ ທຸກຍາກໄຮ້ເຂັນໃຈ ສັງສັກເທື່ອກໍຂ້າເຖີ້ນ ເທດສະນາ ປະລິໂຍ ສາເນ ໃນເມື່ອແລ້ວລົດສະທຳມະເທດສະນາ ຂໍໃຫ້ເຈົ້າມູນລະສັດທາທັງຫຼາຍ ຈົ່ງໄດ້ດັງຄຳມັກ ຄຳປາຖະນາ ສົມດັ່ງກລ່າວມາແລ້ວ ແຕ່ຫົນຫຼັງ ນິດຖິຕັງ ກໍສະເດັດບໍລະບວນຄວນແລ້ວທໍ່ນີ້ກ່ອນແລ.
ສະລາກາຣະວິຊາສູຕ
ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ (ວ່າ ໓ ເທື່ອ)
ເອວັມເມ ສຸຕັງ ເອກັງ ສະມະຍັງ ພະຄະວາ ຣາຊະຄະເຫ ວິຫະຣະຕິ ຄັຊຊະກູເຕ ປັພພະເຕຕີຕິ.
ໂພນຕາ ສາທະໂວ ດູຣາສັບປຸຣິສະເຈົ້າທັງຫຼາຍ ຝູງມີຄວາມປາຖະນາຫາຍັງສຸຂ ໓ ປະການ ມີນິຣະພານເປັນທີ່ແລ້ວ ຈົ່ງຕັ້ງໂສຕະປະສາດແກ້ວຫູທັງສອງ ຄອຍຮອງຮັບຟັງ ເອົາຍັງຣົດພຣະສັດນະເທສະນາ ອັນມີຊື່ວ່າ ສະລາກາຣະວິຊາສູຕ ແຫ່ງອົງສົມເດັດ ພຣະສັມມາສັມພຸທທະເຈົ້າ ຫາກຈັກໄດ້ເທສະນາໂປພາຍໜ້າວ່າ ເອກັງ ສະມະຍັງ ຍັງມີ ໃນກາລະຄາບໜຶ່ງ ພຣະພຸທທະເຈົ້າ ກໍສະຖິດສາຣານ ຢູ່ເໜືອຈອມເຂົາຄິດຊະວຸດ ໃກ້ກຸງ ຣາຊະຄຶຫະນະຫານະຄອນ ປະມານວ່າໄດ້ຫ້າຮ້ອຍຊົ່ວຊາທະນູ ກໍມີແລ. ເຕນະ ໂຂ ປະນະ ສະມະເຍນະ ໃນກາລະເມື່ອນັ້ນ ພຣະອານົນເຖຣະເຈົ້າ ຜູ້ມີອາຍຸ ພຸທທະອຸປັດຖາກ ເກີດເປັນພະຍາທິໂຣຄາບໍ່ສະບາຍເປັນທຸກຂະເວທະນາ ລໍາບາກຍິ່ງ ໜັກໜາ ມີຄວາມເຈັບປວດຍວດຍິ່ງ ບໍ່ອາດຈະອົດທົນຢູ່ໄດ້ ໃນຄັ້ງນັ້ນ ພຣະພຸທທະເຈົ້າ ກໍສະເດັດໄປຢ້ຽມຢາມ ປະທັບນັ່ງເທິງອາສະນະ ທີ່ພຣະອານົນເຖຣະເຈົ້າປູໄວ້ດີແລ້ວ ຈິ່ງຕັດຖານພຣະອານົນວ່າ ອານັນທະ ດູຣາອານົນ! ສະພາວະຫາພະຍາດບໍ່ໄດ້ ກໍຍັງມີ ແກ່ທ່ານນຊະລີ ພຣະອານົນຂາບທູນວ່າ ພັນເຕ ພະຄະວາ ຂ້າໄຫວ້ພຣະສັບພັນຍູເຈົ້າ ອັນວ່າພະຍາທິໂຣຄາ ກໍບໍ່ໄດ້ເສື່ອມຄາຍຫາຍໄປຈາກຜູ້ຂ້າແລ ພຣະພຸທທະເຈົ້າຈິ່ງກ່າວ ວ່າ ອານັນທະ ດູຣາອານົນ ທ່ານຈົ່ງສູດຮຽນເອົາຍັງ ສະລາກາຣະວິຊາສູດອັນນີ້ ຈື່ຈໍາ ໄວ້ໃຫ້ໝັ້ນ ຈໍາເຣີນພາວະນາຢູ່ໂຈ້ງ ຢ່າໃຫ້ຂາດສາຍເທີ້ນ ກໍຈັກເປັນຄຸນເປັນປະໂຫຍດ ແກ່ທ່ານມາກໜັກແລ ແມ່ນວ່າໂພຍໄພອັນຕະຣາຍຕ່າງໆ ເປັນຕົ້ນວ່າ ພະຍາທິໂຣຄາ ແລະໂຟອັນສະດຸ້ງຕົກໃຈກົວ ໜັງຫົວພອງສະຫຍອງເກົ້າ ເສັ້ນຂົນລຸກອັນໃດກໍດີ ກໍຈະລະງັບດັບຫາຍໄປ ດ້ວຍເຕຊະອານຸພາບຄຸນ ແຫ່ງສະລາກາຣະວິຊາສູດ ດວງນີ້ແລ ອານັນທະ ດູຣາອານົນ ອັນວ່າພຣະພຸທທະເຈົ້າທັງຫຼາຍ ອັນມີພຣະວິປັສສີພຸທທະເຈົ້າ ເປັນເຄົ້າ ຈົນຕາບເທົ້າເຖິງພຣະກັສສະປະພຸທທະເຈົ້າ ລວມທັງເຮົາພຣະຕະຖາຄະຕະ ໃນບັດນີ້ ກໍຫາກເທສະນາ ຍັງຄາຖາສະລາກາຣະວິຊາສູດ ອັນນີ້ທຸກໆ ພຣະອົງສືບກັນມາ ເພື່ອໃຫ້ເປັນປະໂຫຍດ ແລະຄວາມສຸຂແກ່ປານະສັດທັງຫຼາຍ ທັງໃນຊາດນີ້ ແລະຊາດໜ້າ ດູກ່ອນອານົນ ຜູ້ໃດໄດ້ຈະເຣີນທັນຊື້ ສະລາກາຣະວິຊາສູດ ອັນມີພຣະຄາຖາ ໔ ວັກ ດັ່ງຕໍ່ໄປນີ້ວ່າ:
1. ທຸຕຖຸລລາ ອຸຕຖຸລລາ ປັນທຸລາ ມະທຸມາ ຕັນທຸລາ ບຸພຜະລາ ກັລລະລາ ນະ ໂຈເຣນະ ໂສ ກາຣັງ ກະຣິສສະຕິ ນະ ອັກຄິ ໂສ ກາຣັງ ກະຣິສສະຕິ ນະ ອຸທະເກນະ ໂສ ກາຣັງ ກະຣິສສະຕິ ນະວະຕິ ນະ ສີສສາເຈນະ ໂສ ກາຣັງ ກະຣິສສະຕິ ນະ ນາເຄນະ ໂສ ກາຣັງ ກະຣິສສະຕິ ນະ ໂລເພນະ ໂສ ກາຣັງ ກະຣິສສະຕິ ນະ ພະຍາທິ ໂສ ກາຣັງ ກະຣິສສະຕິ ນະ ຕັຕຖະ ສັນຕະສັງ ກະຕັງ ພະວິສສະຕິ ນະ ປາທາ ສັນຕະສັງ ຣັກຂັງ ກະຕັງ ພະວິສສະຕິ ນະ ສຸຂັງ ສັນຕະສັງກະຕັງ ພະວິສສະຕິ ນະ ຈັກຂຸ ສັນຕະສັງ ຣັກຂັງ ກະຕັງ ພະວິສສະຕິ ນະ ໂສຕະ ສັນຕະສັງ ກະຕັງ ພະວິສສະຕິ ນະ ຄານະ ສັນຕະສັງ ຣັກຂັງ ກະຕັງ ພະວິສສະຕິ ນະ ຊິວຫາ ສັນຕະສັງກະຕັງ ພະວິສສະຕິ ນະ ກາໂຍ ສັນຕະສັງ ຣັກຂັງ ກະຕັງ ພະວິສສະຕິ ນະ ມະໂນ ສັນຕະສັງ ກະຕັງ ພະວິສສະຕິ ນະ ພະວັຄຄະ ສັນຕະຄັງ ຣັກຂັງ ກະຕັງ ພະວິສສະຕິ ຕັຕຖະ ອຸຕຕະຣັງ ນະ ລະພິສສະຕິ ວັກທີ ໑.
2. ຄຸຕຕິຍາ ຣັກຂາຍະ ອະວິຫິງສາຍະ ສຸວິຫາຍະຕິ ໂຍ ອຸຕຕະຣັງ ນະ ລະພິສສະຕິ ວັກທີ ໒.
3. ອະຫັງ ມຸສີໂກ ວິໂນເຈຕຸງ ສັພພະສັມປັຕຕິງ ປາປຸນີ ສຸວັນນະ ຣັຕຕະສີ ເວທະຣິຍັງ ພາຫູທະນັງ ສັພເພເທວັນຊະປັຕຕິເຕຣິຍັງ ວັກທີ ໓.
4. ອະຫັງ ມຸສີໂກ ວີໂມຈະເຍ ສັພພະສັມປັຕຕິງ ປາປຸນີ ສຸວັນນະ ຣະຣະເຕ ເສສັງ ເວທິຣິຍັງ ສັພເພເທວັນຊະປັຕຕິວິຣິຍັງ ວັກທີ໔.
ຄາຖານີ້ ຊື່ວ່າສະລາກາຣະວິຊາສູດແລ ອານັນທະ ດູຣາອານົນ ບຸກຄະລະຜູ້ໃດ ໄດ້ ສຶກສາເລົ່າຮຽນ ກໍດີ ໄດ້ຂຽນເອົາໄວ້ສັກກາຣະບູຊາ ກໍດີ ໄດ້ຟັງທ່ານຜູ້ອື່ນເທສະນາ ກໍດີ ໄດ້ສູດມົນພາວະນາ ກໍດີ ໄດ້ສູດສາທະຍາຍຢູ່ແຕ່ບົດໃດບົດໜຶ່ງ ໂດຍໄດ້ໄຫວ້ນົບເຄົາຣົບ ພ້ອມໂຕຣທະວານ ກໍດີ ອັນວ່າບຸກຄະລະຜູ້ນັ້ນ ກໍຈັກໄດ້ຜະລະອານິສົງຫຼາຍ ບໍ່ອາດຈັກ ນັບໄດ້ແລ ກໍຈະພົ້ນຈາກໂພ ໓ ປະການກ່າວຄີວ່າ ຈັກບໍ່ຫ່ອນຕາຍດ້ວຍໂຈນຮ້າຍ ແລະ ສັດປ່າໂຕຊົ່ວຊ້າກ້າຄະນອງ ເປັນຕົ້ນວ່າ ຊ້າງຮ້າຍ ມ້າຮ້າຍ ງົວຮ້າຍ ຄວາຍຮ້າຍ ຂີ້ເຂັບ ແມງງອດ ເງືອກ ງູ ເສີອ ພີ ເຫມືອຍຮ້າຍແລ ບໍ່ຫ່ອນຕາຍຍ້ອນຫອກ ດາບ ໂມ້ຄ້ອນ ກ້ອນ ດິນ ໜ້າໄມ້ ປິນໂຟ ແລະອາດຍາເສນາ ທ້າວພະຍາທັງຫຼາຍ ແລະບໍ່ຫ່ອນຕາຍຍ້ອນພູຕຜີ ປີສາດ ມີຜີເສື້ອນ້ໍາ ຜີເສື້ອບົກລັກຄາບໄປກິນແລ ບໍ່ຫ່ອນຕາຍຍ້ອນນໍ້າ ໂຟ ລົມ ອັນໃດແລ ບໍ່ຫ່ອນຕາຍຍ້ອນພະຍາທິໂຣຄາອັນຮ້າຍ ອັນນີ້ ກໍຍ້ອນດ້ວຍເຕຊະອານຸພາບແຫ່ງ ສະລາກາຣະວິຊາສູດດວງປະເສີດນີ້ແລ.
ອານັນທະ ດູຣາອານົນ ສ່ວນວ່າບຸກຄະລະ ນໍຣະຍິງຊາຍຜູ້ໃດປາຖະນາຄວາມ ຈະເຣີນຮຸ່ງເຮືອງໃນບ້ານເຮືອນແລ້ວ ຈົ່ງແຕ່ງເຄື່ອງສັກກາຣະບູຊາຄາຖາອັນນີ້ ດ້ວຍສິ່ງ ມີຕົ້ນວ່າ ເຂົ້າເປືອກ ເຂົ້າສານ ປະທູບ ປະທີບ ນໍ້າມັນ ທຽນ ແລະເຂົ້າຕອກດອກໄມ້ຄັນທະຣົດສະຂອງຫອນ ຕົ້ນກ້ວຍ ຕົ້ນອ້ອຍ ຊໍ່ນ້ອຍ ແລະທງໂຊ ຫມ້ຽງ ໝາກ ເບ້ຍພ້າວ ເບ້ຍໝາກ ແລະຟິ ວັດຖຸເຄື່ອງປູກເຫຼົ່ານີ້ເປັນຕົ້ນ ແລ້ວຈິ່ງນິມົນເອົາພຣະສັງຄະເຈົ້າ ຕົນມີ ສີລມາເທສະນາທັມດວງປະເສີດນີ້ ໃຫ້ຕັ້ງໃຈຟັງໂດຍຄວາມເຄົາຣົບອ່ອນນ້ອມ ຕັ້ງແຕ່ ຕົ້ນເຖິງປາຍ ໃຫ້ແລ້ວບໍລະບວນດັ່ງນັ້ນ ບຸກຄະລະຜູ້ນັ້ນ ກໍຈະພົ້ນຈາກພະຍາທິໂຣຄາ ອັນເກີດຈາກເຈັບຕາ ເຈັບຫູ ເຈັບຫົວ ເຈັບດັງ ເຈັບປາກ ເຈັບມີ ເຈັບແຂນ ເຈັບຫຼັງເຈັບ ແອວ ເຈັບແຂ່ງ ເຈັບຂາ ແລະເຈັບກາຍະເນື້ອຕົນທັງມວນ ແລະສັບພະທຸກເດືອດຮ້ອນທັງ ມວນ ອັນໃດອັນໜຶ່ງ ກໍຈັກຫ່າງຫາຍໄປເສຍຫັ້ນແລ ຍ້ອນເຕຊະອານຸພາບ ແຫ່ງຄາຖາສະ ລາກາຣະວິຊາສູດຂອງພຣະພຸທທະເຈົ້າ ຫາກມາປົກປັກຮັກສາທຸກເມື່ອທຸກຍາມແລ.
ອານັນທະ ດູຣາອານົນ ບຸກຄະລະຜູ້ໃດ ມັກໃຄ່ຢາກຮັ່ງມີເປັນດີ ມີສົມບັດເຂົ້າຂອງ ເງິນຄໍາ ແກ້ວແຫວນ ເສື້ອຜ້າອາພອນ ເຂົ້າເປືອກ ເຂົ້າສານ ຊ້າງມ້າ ງົວຄວາຍ ດັ່ງນັ້ນກໍດີ ແລະມັກໄຄ່ໃຫ້ພົ້ນຈາກເຄາະເຂັນ ອຸບາດວິນາດຈິ່ງໂຣ ແລະພົ້ນຈາກຂ້າເສິກສັດຕູທັງ ມວນ ກໍດີ ຈົ່ງນິມົນພຣະສັງຄະເຈົ້າ ຕົນມີສີລບໍຣິສຸດ ມາສູດເທສະນາຍັງ ສະລາກາຣະວິຊາສູດອັນນີ້ ໄປສັງຮອມຊ່ວຍເຫລືອ ຄີວ່າສິບຊາຕາບ້ານ ຊາຕາເມືອງ ຊາຕາຢ້າວ ເຮືອນ ຊາຕາເງິນ ຄໍາ ເຂົ້າເປືອກເຂົ້າສານ ໂຮ່ນາ ຊາຕາຖົງເບ້ຍ ຊາຕາສັດ ແລະຄົນຍິງ ຊາຍ ຊາຕາວຽງນ້ອຍ ວຽງໃຫຍ່ ຊາຕາວັດວາອາຣາມທັງຫຼາຍ ກໍຈັກວຸດທິຈເຣີນຮຸ່ງ ເຮືອງມາກນັກແລ ເຄື່ອງປູກຂອງຝັງ ເງິນຄໍາ ງົວຄວາຍ ແລະຍິງຊາຍທັງຫຼາຍຝູງນັ້ນ ກໍບໍ່ຫ່ອນມີຄໍາ ໂທມະນັດຂັດໃຈເຢື້ອງໃດແລ ຈັກປະກອບໄປດ້ວຍລາບຍົດ ສັນຣະເສີນ ແລະຄວາມສຸຂໃນອິຣິຍະບົດທັງສີ່ຄື ຢືນ ຍ່າງ ນັ່ງ ນອນ ມີຄວາມສຸຂທຸກເມື່ອ ເປັນດັ່ງ ເທົ່າທຽມຕົນໄປນັ້ນແລ ພ້ອມທັງຈະເຣີນດ້ວຍຜອນ ໔ ປະການຄື ອາຍຸ ວັນນະ ສຣະ ພະລະ ເມືອນອນ ເມື່ອນັ່ງ ເມື່ອລູກ ເມື່ອທ່ຽວໄປມາ ກໍເປັນສຸຂ ຫາຄວາມທຸກບໍ່ໄດ້ ກໍ ຍ້ອນອານຸພາບແຫ່ງສະລາກາຣະວິຊາສູດອັນປະເສີດ ຊ່ວຍປ້ອງກັນຮັກສາຄຸ້ມຄອງ ຍັງ ບຸກຄົນນັ້ນຕະຫຼອດການທຸກເມື່ອແລ.
ຈັຕຕາໂຣ ມະຫາຣາຊາ ອັນວ່າທ້າວມະຫາຣາດທັງ ໔ ມີ ທ້າວທະຕະຣັຕຖະ ອັນ ເປັນເຈົ້າແຫ່ງຄັນທັບພະທັງຫຼາຍ ຜູ້ຮັກສາຍັງທິດບົວຣະພາ ກໍດີ ທ້າວວິຣຸລະຫົກ ອັນເປັນກົກແຫ່ງກຸມພັນທັງຫຼາຍ ຜູ້ຮັກສາຍັງທິດທັກສິນ ກໍດີ ທ້າວວິຣູປັກຂະ ອັນເປັນເຈົ້າແຫ່ງ ນາກທັງຫຼາຍ ຜູ້ຣັກສາຍັງທິດປັດຈີນ ກໍດີ ທ້າວກຸເວຣະອັນເປັນເຈົ້າແຫ່ງຍັກທັງຫຼາຍ ຜູ້ ຮັກສາຍັງທິດອຸດອນ ກໍດີ ແລະພ້ອມໄປດ້ວຍບໍຣິວານຂອງຕົນ ກໍບໍ່ຫ່ອນມີໃຈສາໂຫດ ຫຍາບຊ້າ ມັກໃຄ່ກະທໍາໂທດສັງແກ່ປານະສັດທັງຫຼາຍ ພາຍມີບໍຣິສັດສີ່ຈໍາພວກຄືວ່າ ພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ໄດ້ຟັງແລະໄດ້ຂຽນໄວ້ສັກກາຣະບູຊາ ໄດ້ສູດມົນ ພາວະນາຍັງຄາຖາສະລາກາຣະວິຊາສູດດວງນີ້ ໂດຍເຄົາຣົບອ່ອນນ້ອມ ຕັ້ງແຕ່ຕົ້ນເຖິງ ປາຍແລ້ວ ຍ່ອມເປັນທີ່ຈັ້ງທີ່ເພິ່ງແກ່ເວໄນຍະສັດທັງຫຼາຍໄດ້ແທ້ແລ ດັ່ງນັ້ນ ພຣະພຸທທະ ເຈົ້າ ຈິ່ງໄດ້ຕັດເທສະນາ ສະລາກາຣະວິຊາສູດອັນປະເສີດໄວ້ ເພື່ອໃຫ້ຄຸ້ມຄອງປົກປັກຮັກສາ ຍັງພຸດທະບໍຣິສັດທັງຫຼາຍ ບໍ່ໃຫ້ເກີດຄວາມລໍາບາກກາຍແລະໃຈ ໃຫ້ປະສົບແຕ່ ຄວາມສຸຂຄວາມຈະເຣີນ ຕາບຕໍ່ເທົ້າເຖິງອາຍໄຂພຸ້ນຊະແລ. ພຣະພຸທທະເຈົ້າ ຕົນມີພຣະ ມະຫາກະຣຸນາທິຄຸນ ກໍໄດ້ເທສະນາ ຍັງສະລາກາຣະວິຊາສູດອັນປະເສີດນີ້ ໃຫ້ແກ່ພຣະຜູ້ເປັນເຈົ້າ ນາມວ່າພຣະອານົນເຖຣະເຈົ້າ ໄດ້ສະດັບຟັງ ແລ້ວຮຽນເອົາຍັງບັນດວງປະ ເສີດນີ້ແລ້ວ ລວດບັງເກີດມີໃຈ ຊົມຊື່ນຍິນດີມາກຍິ່ງໜັກໜາ ອັນວ່າພະຍາທິໂຣຄາຕ່າງໆ ກໍລະງັບດັບຫາຍໄປບໍ່ສ້ຽງ ບໍ່ຫຼໍ່ຈັກອັນນັ້ນແລ.
ເທສະນາປະຣິໂຍສາເນ ໃນເມື່ອພຣະສັບພັນຍູເຈົ້າ ສໍາແດງທັມມິກະຖາ ສະລາກາ ຣະວິຊາສູດຈົບລົງແລ້ວ ເທວາ ມະນຸສສາ ຈະ ສ່ວນວ່າມະນຸດ ແລະເທວະດາທັງຫຼາຍ ເປັນອັນມາກ ກັບທັງບໍຣິສັດທັງ ໔ ພ້ອມດ້ວຍພຣະຍາອິນ ພຣະຍາພົມ ພຣະຍາຍົນນະ ຣາດ ແລະທ້າວຈະຕຸໂລກະບານທັງ ໔ ໄດ້ມີຄວາມປິຕິເຫຼື້ອມໃສເປັນອັນຍິ່ງ ບາງພວກ ໄດ້ຖືເອົາພຣະຣັຕຕະນະໄຕຣເປັນທີ່ເພິ່ງ ບາງພວກໄດ້ເຖິງທັມມະວິເສດ ຕັດກິເລດຕັນຫາ ບາງພວກໄດ້ເຖິງໂສດາ ສະກິທາຄາ ອະນາຄາ ແລະອະຣະຫັນຕາ ຕາມບຸນຍະສົມພານ ທີ່ຕົນໄດ້ອົບຮົມມານັ້ນແລ ນິຕຖິຕາ ກໍສະເດັດບໍຣະບວນຄວນເທົ່ານີ້ແລ.