ຄຳກອນອວຍພອນຕ່າງໆ

Phan liddasak
0

ຄິກໃສ່ຫົວຂໍ້ເພື່ອເບິ່ງເນື້ອໃນ

01. ພອນປ່າວມວນຊົນ
ຝູງໝູ່ຊຸມຊາວເຊື້ອ      ຄົນລາວນ້ອຍໃຫຍ່
ຕັ້ງແຕ່ເໜືອຕະຫຼອດໃຕ້     ພາສ້າງສ່ວນບຸນ
ສືບທອດມາຕັ້ງແຕ່ພຸ້ນ      ປູ່ຍ່າຕາຍາຍ
ພາກັນສ້າງຄຸນຄວາມດີ      ຮີດຄອງເດີມເຄົ້າ
ພາກັນບູຊາເຈົ້າ      ອົງພຸດໂທຜູ້ປະເສີດ
ເພິ່ນຜູ້ເກີດຮ່ວມຫ້ອງ      ຊຸມພື້ນມະນຸດຄົນ
ເພິ່ນໄດ້ຂົນສັດຂ້າມ      ອະເວຈີໃຫ້ມົ້ມຝັ່ງ
ຫວັງໃຫ້ໂລກມະນຸດນີ້      ໜີພົ້ນຈາກໝູ່ມານ
ອົງສັບພັນຍູບໍ່ຢ່ອນຢ້ານ      ສະຫຼະແຫ່ງຊີບຕົນ
ກໍ່ເພື່ອຄົນທັງຫຼາຍ     ສະຫຼະທານທັງສິ້ນ
ບຸນກະຖິນບຸນຜ້າປ່າ      ມີມາຕັ້ງແຕ່ກ່ອນ
ເພິ່ນໄດ້ສອນສັ່ງໄວ້      ໃຫ້ເຮົງຮູ້ສືບມາ
ຂໍໃຫ້ພວກແມ່ປ້າ     ນ້ອຍໜຸ່ມຊຸມຫຼານ
ພາກັນເດີນຕາມຄອງ     ແຫ່ງອົງພຸດໂທເຈົ້າ
ພາກັນຖືສິນຫ້າ      ປານາໃຫ້ເວັ້ນຫຼີກ
ອະທິນາທານອີກດ້ວຍ      ໃຫ້ໄລເວັ້ນຢ່າກະທຳ
ກຳຊິນຳຕາມສົ້ນ      ພຣະໂຄດົມເພິ່ນວ່າ
ກາເມໃຫ້ຫຼີກເວັ້ນ     ເວນນັ້ນຊິຈ່ອງນຳ
ມຸສາວາພ່ຳພ້ອມ     ຕົນເຈົ້າຢ່າກະທຳ
ກຳຊິນຳຕາມຕ້ອງ     ໃຫ້ເຈົ້າໝົ່ນມົວໝອງ
ຕາມຮີດຄອງປະເພນີ  ບູຮານລາວກ່າວໄວ້  ປະສົງເວັ້ນຢ່າລ່ວງເກີນ
ໃຫ້ເຮົາເດິນຕາມຫ້ອງ     ຄອງພຸດໂທອົງປະເສີດ
ສຸຣາເມເລີດລ້ຳ     ປະສົງສ້າງສ່ວນເມົາ
ອົງພຸດໂທກ່າວເວົ້າ     ຫ້າມດື່ມຂອງມືນເມົາ
ມັນຈັກມົວໝອງຕົນ     ຕ່າງຄົນເຂົາແທ້
ມັນຈັກແປເປັນເລື່ອງ     ຜິດຖຽງກັນເວົ້າໃຫຍ່
ເວົ້າແນວໃດກະໄດ້     ໃຈເຕັ້ນຢູ່ບໍ່ເຊົາ
ເຮົາພາກັນງົດເວັ້ນ     ການທຳຊົ່ວທັງຫຼາຍ
ກັບທັງຊາຍແລະຍິງ     ຈົ່ງໃສ່ໃຈເອົາໄວ້
ບໍ່ແມ່ນຂ້ອຍຫາເວົ້າ     ອົງພຸດໂທສອນບອກ
ຊອກທາງໃຫ້ພວກພີ່ນ້ອງ     ພາສ້າງສ່ວນດີ
ຕັ້ງແຕ່ຄາວກ່ອນກີ້      ເພິ່ນນັ້ນຢູ່ຄອງເມືອງ
ເປັນກະສັດປົກຄອງ     ກະເດື່ອງດິນທັງຄ້າຍ
ຍັງໄດ້ຍົວລະຍາດຍ້າຍ      ໜີຈາກຄອງເມືອງ
ອອກໄປບັນພະຊາ      ຫົ່ມໄຕຣຈີວອນກ້ຽງ
ເພິ່ນໄດ້ຕັດເສຍສ້ຽງ      ປາປັງຍັງບາບ
ຕັດຂາດຈາກຄາຣະວາດແລ້ວ     ໄປສ້າງສ່ວນກຸສົນ
ເພິ່ນໄດ້ເອົາຕົນເຂົ້າ      ຖືເພດພຣົມມະຈັນ
ກໍ່ເພື່ອຫວັງນິພານ      ຜ່ານສະຫວັນເມືອງຟ້າ
ຣັດຕະນາໄຕຣແກ້ວ     ທັງສາມພຣະອົງກ່າວ
ບອກໃຫ້ຊາວພີ່ນ້ອງ      ເຮົາໄດ້ຮຳຄະນິງ
ໃຫ້ເຮົາຫຼິງເຖິງຫ້ອງ      ຄອງນິພານເປັນທີ່ຢູ່
ຝູງໝູ່ຊຸມຊາດເຊື້ອ      ເໜືອໃຕ້ຮ່ຳຄະນິງ
ໃຫ້ເຮົາຫຼິງເຫັນໄດ້      ອາຍຸຄົນແປປ່ຽນ
ໝູນວຽນໄປເລື້ອຍໆ     ວັນມື້ກໍ່ປ່ຽນແປງ
ໃຫ້ເຮົາແຍງຕາມຫ້ອງ     ຄອງພຣະອົງເພິ່ນກ່າວ
ບອກໃຫ້ຊາວພີ່ນ້ອງ      ໃຫ້ທຳສ້າງສ່ວນບຸນ
ບາດວ່າຊາດໜ້າພຸ້ນ     ຍັງຊິໄດ້ເພິ່ງສິນທຳ
ອີງຕາມບຸນກຳເຮົາ      ທີ່ສ້າງສັນເອົາໄວ້
ຍາມເມື່ອເຮົາໄປໄຮ່     ຍັງໄດ້ກັບຄືນມາ
ຍາມເມື່ອເຮົາໄປນາ     ຍັງຊິໄດ້ກັບຄືນບ້ານ
ຍາມເມື່ອເຮົາດັບຂັນນັ້ນ     ສະຫວັນທອງເປັນທີ່ເພິ່ງ
ຍາມເມື່ອເຮົາເປັນຄົນ      ໃຫ້ຮູ້ທຳຄວາມດີ ສ້າງສັນເອົາໄວ້
ບຸນຈິ່ງນຳພາໃຫ້     ໄປຕາມຍູ້ສົ່ງ
ອານິສົງສ່ວນນີ້      ນຳຍູ້ສູ່ເສັ້ນທາງ
ບໍ່ມີວາງມີເວັ້ນ     ເປັນສະພານທຽວທ່ອງ
ຂໍໃຫ້ຝູງພີ່ນ້ອງ      ຕາມສົ້ນໜໍ່ພຸດໂທ
ໃຫ້ເຮົາຄິດອ່າວໂອ້      ໂອວາດຄຳສອນ
ເປັນຄຳກອນທີ່ຂານໄຂ     ກ່າວມາຈາເວົ້າ
ຝູງໝູ່ຊຸມຄົນເຖົ້າ      ຊະລາການນ້ອຍໜຸ່ມ
ຊຸມໝູ່ພວກພີ່ນ້ອງ      ຊິເຫັນຫ້ອງແຫ່ງນິພານ
ໃຫ້ເຮົາຖືສິນຫ້າ      ພາວະນາສ້າງກໍ່
ຈິ່ງຊິໄປພົບພໍ້      ເຫັນຫ້ອງແຫ່ງສະຫວັນ
ເງິນທີ່ທານໄປນັ້ນ      ເປັນຂອງເຮົາຄືເກົ່າ
ມັນບໍ່ເຊົາຢູ່ຢັ້ງ      ຄົນນັ້ຜູ້ບໍ່ທານ
ອຸປະມາຄືຫວານ      ບໍ່ຫ່ອນເປັນຂົມໄດ້
ໄໝບໍ່ກາຍເປັນຝ້າຍ     ສາຍທຳຍັງຄືເກົ່າ
ບໍ່ມີທາງຫຼ້າເສົ້າ     ຄອງເຈົ້າໜໍ່ພຸດໂທ
ສິນຫ້າຍັງໂອ້ໂປ້      ບໍ່ມີຂຸ່ນມົວໝອງ
ປຽບເໝືອນຄອງຄຳສອນ      ທີ່ພຣະອົງຊົງໄວ້
ທານະໄມນັ້ນ      ພາກັນແຈກຈ່າຍ
ຢາຍໃຫ້ພວກພີ່ນ້ອງ      ທຳສ້າງສ່ວນບຸນ ນັ້ນທ້ອນ.
02. ພອນສຳລັບທຸກຄົນ
ຄາວນີ້ ເພິ່ນຫາກມາທານໃຫ້     ເປັນປັດໃຈ (.........) ກີບ
ຂໍໃຫ້ສົມມາດມຸ້ງ     ມະໂນເຈົ້າປາດຖະໜາ
ດ້ວຍສັດທາແກ່ກ້າ     ໄດ້ມາທອດເທທານ
ໂມທະນາສາທຸການ     ໄດ້ໃຫ້ທານຄາວນີ້
ຂໍໃຫ້ມີບຸນຄ້ຳ     ກຸສົນທຳຊັກຈ່ອງ
ໃຫ້ໄດ້ເຖິງແຫ່ງຫ້ອງ     ວິມານກວ້າງດັ່ງໝາຍ
ແມ່ນຊິຍົກຍ່າງຍ້າຍ     ໄປທີ່ທາງໃດ
ຂໍໃຫ້ສົມພອນໄຊ     ດັ່ງຮຽມຖະແຫຼງຕ້ານ
ດ້ວຍກຸສົນທານຄາວນີ້     ໃຫ້ມີບຸນໜູນສົ່ງ
ສົມປະສົງມາດມຸ້ງ     ມະໂນເຈົ້າຄູ່ສູ່ແນວ
ຄັນເຈົ້າທານໄປແລ້ວ     ໃຫ້ບຸນສົ່ງສົມປະສົ່ງ
ເຈດຈຳນົງແນວໃດ     ໃຫ້ດັ່ງໃຈປະສົງໄວ້
ເປັນດັ່ງຄຳຂານເວົ້າ     ຖະແຫຼງມາທຸກໆທ່າ
ເຈົ້າມາທານເງິນຕາ     ຂໍໃຫ້ບຸນແກ່ກ້າ
ຜະຫຼາລ້ຳສົ່ງນຳ     ຂ້ອຍຈະໄດ້ກ່າວຊ້ຳ
ຖະແຫຼງຕື່ມພອນໄຊ     ທ່ານມາທານປັດໄຈ
ຢ່າໄດ້ມີຄຳຮ້ອນ     ຂ້ອຍຈັກຂໍອ່ວຍພອນໃຫ້
ສົມໃຈທຸກໆຢ່າງ     ຢ່າໄດ້ຄາດລາດຮ້າງ
ໃຫ້ທຽມຂ້າງດັ່ງເງົາ     ເຈດຕະນາຂອງເຈົ້າ
ບໍລິຈາກປັດໄຈ     ຂໍຢ່າມີເວນໄພ ສິ່ງໃດມາຕ້ອງ
ໃຫ້ເຈົ້າຍືນເຈົ້າໝັ້ນ     ພັນປີຢ່າໄດ້ລ່ວງ
ໃຫ້ເຈົ້າສຸກຢູ່ສ້າງ     ໂດຍດ້າມດັ່ງໃຈ
ຂໍໃຫ້ເຈົ້ານັ້ນໄດ້     ມີອາຍຸຍືນນານ
ຂໍໃຫ້ຊີວາປານ     ຄືແຕ່ເຍົາຍັງນ້ອຍ
ໃຫ້ເຖິງພັນເຖິງຮ້ອຍ     ອະສົງໄຂປີປ່ຽນ
ວັນນະຂໍໃຫ້ຄືຮູບແຕ້ມ     ງາມລົ້ນລື່ນຄົນ
ງາມເອົາສາລື່ນລົ້ນ     ໃຫ້ຄົນຫຼັ່ງມາຫາ
ປານກັບອົງອິນທາ     ຢູ່ເມືອງສະຫວັນຟ້າ
ທັງສຸກຂະສະບາຍບ້າງ     ບໍ່ມີທາງໝອງໝົ່ນ
ມີຄວາມສຸກລື່ນລົ້ນ     ໃຫ້ຄົນເຂົ້າເບິ່ງເງົາ
ກາຍແລະໃຈແຈ່ມເຈົ້າ     ເຊົ້າຄ່ຳໃຫ້ມີສຸກ
ຫາຍຈາກໂລຄາທຸກ     ໝູ່ມານຢ່າມາໃກ້
ໄພຢ່າມີມາຕ້ອງ     ຜູ້ອົງການຕະຫຼອດຊົ່ວ
ແມ່ນເຈົ້າມີຄອບຄົວ     ກໍຢ່າທຸກຍາກຮ້ອນ
ສະບາຍເລື້ອຍຢູ່ເລີງ     ສະນຸກນອນນັ່ງເທີ້ງ
ເທິງອາດຫໍສູງ     ຢ່າໄດ້ມີລາຄີນ
ບຽດບຽນຕົວໄດ້     ສຸກທັງກາຍໃຈພ້ອມ
ທັງສອງສະເໝີພາບ     ຊື່ວ່າທຸກຍາກຮ້ອນ
ໃຫ້ຫາຍທ້ອນ     ຢ່າໄດ້ມີ
ນອກຈາກນີ້     ຂໍໃຫ້ມີແຮງກ້າ ກຳເກິ່ງພາຍສານ
ມີກຳລັງປຸນປານ     ດັ່ງພາຍສານຊ້າງ
ກຳລັງໃຈກາຍພ້ອມ     ໃຫ້ມີຫຼາຍເຫຼືອມາກ
ຖ້າຫາກເຈົ້າທຳການສ້າງ     ນາສວນຮົ້ວໄຮ່
ຄືວ່າເຈົ້າເຮັດໄຮ່     ໃຫ້ໄດ້ເຂົ້າຮວງໜາ
ຄັນວ່າເຈົ້າເຮັດນາ     ໃຫ້ໄດ້ເຂົ້າຮວງກ້ອນ
ຄັນເຈົ້າລ້ຽງມ້ອນລ້ຽງໄໝປູກຝ້າຍ     ໃຫ້ໃສງາມຄືແວ່ນ
ຄັນເຈົ້າທຳລາຊະການ     ກໍ່ໃຫ້ໄດ້
ເປັນເຈົ້າໃຫຍ່ນາຍໂຕ     ກວ່າຄົນທັງຄ້າຍ
ຂໍໃຫ້ສົມໝາຍມຸ້ງ      ມະໂນເຈົ້າປາຖະນາ
ທັງກຳລັງປັນຍາພ້ອມ     ກຳລັງກາຍໃຫ້ມີລົ້ນ
ດ້ວຍກຸສົນຂອງເຈົ້າ     ທີ່ເອົາເງິນມາທານທອດ
ຂໍໃຫ້ບຸນຍອດກ້ຽວ      ກວມກຸ້ມເຫຼື້ອມງວຳ
ປະຕິພານເລີດລ້ຳ      ລົ້ນເພິ່ນເກີນມະນຸດ
ສຸດທີ່ໃນໂລກາ     ໃຫ້ຊ່າລືດັ່ງກ້ອງ
ໃຫ້ຄົນມອງນຳເຈົ້າ     ຫຼຽວນຳທຸກບາດຍ່າງ
ບຸນເຈົ້ານຳຂອກຂ້າງ     ຄາວນີ້ຢ່າໄດ້ໄລ ນັ້ນທ້ອນ.
03. ເບັນຈະພອນ 5 ປະການ
ບັດນີ້ ຂ້ອຍຈັກອ່ວຍພອນໃຫ້     ສັດທາເຮົາທຸກໆທ່ານ
ທີ່ມາທານເທື່ອນີ້     ໃຫ້ມີພ້ອມພາກັນ
ທຸກທ່ານນັ້ນ      ໃຫ້ມີແຕ່ຄວາມສຸກ
ທຸກຢ່າມີມາພານ     ໃຫ້ຊື່ນບານຕາມບ້ານ
ທານທີ່ໂມຫະນາແລ້ວ     ໃຫ້ເປັນບຸນໜູນສົ່ງ
ອານິສົງສົ່ງໃຫ້     ສົມດ້າມດັ່ງພະໄທ
ຂໍໃຫ້ທ່ານນັ້ນໄດ້     ສົມດັ່ງພະພອນໄຊ
ຕາມທີ່ຂ້ອຍຖະແຫຼງໄຂ     ກ່າວມາຄາວນີ້
ຂໍໃຫ້ມີພອນຫ້າ      ດັ່ງທີ່ຂ້ອຍໄຂຈາ ມານີ້ເດີທ່ານ
ສັດທາທານເທື່ອນີ້     ໃຫ້ມີແທ້ຄູ່ສູ່ຄົນ
ຂໍ້ໜຶ່ງນັ້ນ ມີອາຍຸລື່ນລົ້ນ     ທົນຢູ່ຍືນນານ
ຕະຫຼອດການອະສົງໄຂ     ສູ່ຄົນເດີ່ເຈົ້າ
ຢ່າໄດ້ມີທາງເສົ້າ     ສະເຫວີຍບຸນຄຸນທ່ານ
ມີອະຍຸຍືນນານ     ຕະຫຼອດການຊົ່ວເທົ້າ ຜອງເຖົ້າແກ່ຊະລາ
ນັບທັງລຸງທັງປ້າ     ນ້າບ່າວອາວອາ
ນັບທັງຕາທັງຍາຍ      ຄູ່ສູ່ຄົນມວນພ້ອມ
ຂ້ອຍຂໍໂມທະນານ້ອມ     ສາທຸການຊ້ອຍຊື່ນ
ມີອາຍຸຍາວຍືນ     ຢ່າໄດ້ລົດຊົ່ວມຽນ ເມື່ອຟ້າກ່ອນຊະລາ
ຂໍ້ສອງ ເດີແມ່ປ້າ     ໃຫ້ຜິວຜ່ອງວັນນະ
ຂໍໃຫ້ມີກາຍາໃສ     ດັ່ງຄຳທາໄວ້
ຂໍໃຫ້ສີໃສເຫຼື້ອມ     ທຽມມະນີສີສ່ອງ
ຄືດັ່ງທອງດັ່ງແກ້ວ     ວັນນະເຈົ້າໃຫ້ສ່ອງເງົາ
ຢ່າໄດ້ມີປູດເປົ້າ     ເປັນເປື່ອຍຂີ້ມະເຮັງ
ຂໍໃຫ້ເຕັ່ງຕຶງໃສ     ຢ່າຫ່ຽວຍານລົງໄດ້
ຊະລາໄວມາເຖິງແລ້ວ     ແນວໃດໃຫ້ຄືເກົ່າ
ຢ່າມີທາງຫຼ້າເສົ້າ     ຜິວເຈົ້າໃຫ້ດັ່ງຄຳ
ມີວັນນະເລີດລ້ຳ     ປະຈຳທ່ານຜູ້ອົງການ
ດ້ວຍກຸສົນຜົນທານ     ທີ່ທ່ານທຳຄາວນີ້
ຂໍໃຫ້ມີວັນນະກ້ຽງ     ທຽມພະຈັນມື້ສິບສີ່
ລັດສະໝີພຸ່ງພົ້ນ      ໃຫ້ຄົນຫຸ້ມແຫ່ນຳ
ຂໍ້ສາມນັ້ນ ໃຫ້ມີສຸກເລີດລ້ຳ     ຄຳສະໜຽດຢ່າມາພານ
ຕະຫຼອດການແນວໃດ     ໃຫ້ຊື່ນໃຈສຸກລົ້ນ
ດ້ວຍກຸສົນສັດທາເຈົ້າ      ຊາວເຮົາສ້າງກໍ່
ຄວາມເຈັບຢ່າໄດ້ພໍ້     ຄວາມໄຂ້ຢ່າໄດ້ເຫັນ
ເປັນດັ່ງຄຳຂ້ອຍເວົ້າ      ຖະແຫຼງມາທຸກໆ ທ່າ
ໃຫ້ມີສຸກທຸກທົ່ວໜ້າ     ສັດທາເຈົ້າຢ່າເກົ່າໝອງ
ຕະຫຼອດພວກພີ່ນ້ອງ     ນ້ອຍໜຸ່ມຊຸມຫຼານ
ທີ່ມາທານເງິນຕຣາ      ໃຫ້ດັ່ງກັນເດີເຈົ້າ
ໃຫ້ມີສຸຂະພ້ອມ     ໃນມະໂນໃຫ້ຊ້ອຍຊື່ນ
ບໍ່ວ່າວັນແລະຄືນ     ໃຫ້ສະນຸກຄຶກຄື້ນ ຍືນໝັ້ນໝື່ນປີ
ນອກຈາກນີ້     ພອນທີ່ມີມາ
ມີກຳລັງວັງຊາ     ລື່ນຄົນຈົນຢ້ານ
ປານກັບພາຍສານຊ້າງ     ກຸນຊະໂລກ້າກັ່ນ
ເຮັດອັນໃດແຂ່ງຂັນ     ມີກຳລັງຕໍ່ຕ້ານ
ບໍ່ມີຢ້ານຢ່ອນໃຜ      ແມ່ນສິຖົກຖອດໄມ້
ຕົ້ນໃຫຍ່ມະຫາສານ     ຫຼືຊິທຳກິດຈະການ ສິ່ງໃດບໍ່ມີທໍ້
ກຳລັງພໍພາຕ້ານ     ພາຍສານສະເໝີດັ່ງ
ຕົວພະລະກຳລັງ     ໃຫ້ມີແຮງຕໍ່ສູ້ ສັດຕູ້ຢ້ານແລ່ນໜີ
ຂໍ້ຫ້າເດີເທື່ອນີ້     ໄດ້ແກ່ປະຕິພານ
ສັດທາທານທັງຫຼາຍ     ໃຫ້ດັ່ງໝາຍເດີເຈົ້າ
ມີຄາລົມຄຳເວົ້າ     ປັນຍາໄວໃສສ່ອງ
ປານກັບມີໜ່ວຍກ້ອງ     ມອງສິ່ງສ່ອງທຳ
ປະຕິພານເລີດລ້ຳ     ຄຳກ່າວໂວຫານ
ເໝືອນນິທານພະລາທະ     ຕັ້ງແຕ່ຄາວປາງນັ້ນ
ອົງພຣະຈອມທຳເຈົ້າ     ສັນລະເສີນເອີ້ນວ່າ
ພະລາທະເກັ່ງກ້າ     ຄາວນັ້ນຕໍ່ມາ
ຊື່ສຽງດັງກ້ອງຟ້າ     ລືວ່າປະຕິພານ
ສັດທາທານທັງຫຼາຍ     ໃຫ້ດັ່ງດຽວກັນນັ້ນ
ອັນວ່າພອນທັງຫ້າ      ຖະແຫຼງມາເວົ້າວ່າ
ໃຫ້ມີສຸກທົ່ວໜ້າ     ລຸງປ້າຜູ້ແຕ່ງທານ.
04. ຍະຖາພອນ
“ຍະຖາວະຣິວະຫາ ປຸຣາປາຣິປຸເຣນຕິສາຄະຣັງ”
ໃຫ້ຫຼັ່ງມາເຕັມອັ້ນ ອັນວ່າຊົນລະທາກວ້າງສະໝຸດໂທກວ້າງໃຫຍ່
ມີນ້ຳໄຫຼຫຼັ່ງເຂົ້າ ເຕັມເທົ້າ ອັ່ງມາ
ແມ່ນຊິໃຫຍ່ທໍ່ຟ້າກໍ່ແໜ້ນອັ່ງເປັນທະເລ,
“ເອວະເມວະອິໂຕທິນນັງ” ກໍ່ດັ່ງທານຂອງເຈົ້າ
ຂໍໃຫ້ໄຫຼມາເຂົ້າໂຮມກັນປັ້ນໃຫຍ່
ທານເທື່ອໃດແມ່ນ ຊິນິດໜ້ອຍ ປະສົມນ້ອຍໃຫ້ໃຫຍ່ຫຼວງ
ຄືແມ່ນໃຫຍ່ກວ້າງອາໄສໝູ່ລຳທານ ໄຫຼມານານກໍ່ຫາກເຕັມໄປໄດ້
ສັດທາເຮົາຄາວນີ້ໃຫ້ມີບຸນໂດຍດັ່ງ,
“ອິດສິຕັງປັດຖິຕັງຕຸມທັງ ຂິບປະເມ ວະສະມິດສັນຕຸ”
ໃຫ້ລຸມາສົມແມ້ງ ທານຂອງແພງເງິນແກ້ວ ແນວໃດໃຫ້ສົມປາດ
ຂໍໃຫ້ສົມມາດມຸ້ງ ມະໂນ ເຈົ້າຄູ່ສູ່ອັນ,
“ຈັນໂທປັນນາຣະໂສຍະຖາ” ບ່ອນບັ້ນ ປຽບດັ່ງພະຈັນເພັງ
ຂໍໃຫ້ເຫັນເຕັມດວງ ດັ່ງພະຈັນວັນແຈ້ງ
ໃຫ້ມີແສງສີເຫຼື້ອມທຽມພະຈັນມື້ ສິບສີ່,
“ມະນີໂຊຕິລະໂສຍະຖາ” ອີກດ້ວຍ ໃຫ້ຄືແກ້ວໜ່ວຍມະນີ
ແມ່ນຢູ່ໃນໂລກນີ້ໃຫ້ເຮືອງຮຸ່ງແສງໃສ ລັດສະໝີສາຍໄປ ໃຫ້ໝູ່ຄົນແລຈ້ອງ
ນັບທັງສັດໃນຫ້ອງເມທີ່ໂລກຕ່ຳໃຫ້ນຳແນມລ່ຳຈ້ອງມອງແກ້ວ ສິ່ງກັນ,
“ສັບ ພີຕິໂຍວິວັດສັນຕຸ ສັພພະໂລໂຄວິນັດສັນຕຸ“
ສັພພະໄພຜ່ອງນັ້ນ ສັພພະໂລກໂລຄາ
ຢ່າໄດ້ມາຮາວີ ວິນາດສູນເສຍສ້ຽງ
ພຽງວ່າໄພເວນ ຂ້ອງຈັງໄຮໃຫ້ຫາຍຫ່າງ,
“ມາເຕພະວັດ ຕະວັນຕະລາໂຍ” ໄພທັງຫຼາຍຢ່າ ໄດ້ມາຢູ່ຄ້າງກາງເນື້ອໃຫ້ຜ່າຍໜີ,
“ສຸກຂິທິຄາຍຸໂກພະວະ ໝູ່ນີ້ ມີອາຍຸຍືນນານ ຕະຫຼອດການອະສົງໄຂຕໍ່ໄປຢ່າຕາຍໄດ້
ເປັນດັ່ງສັດຖາໄຫ້ພຣະ ໂຄດົມຕັດສັ່ງ
“ອະພິວາທານາສິ ລິດສະນິດຈັງ ວຸດທາປັນຈາຍິໂນ”
ໜໍ່ພຸດ ໂທສອນໄວ້ ຂໍໃຫ້ພອນໄຊທ້າຍ ທັງຫຼາຍອົງສີ່
ອາຍຸວັນນັງກັບສຸກຂັງ ພະລັງ ຈົ່ງໄດ້ມີທົ່ວໜ້າສັດທາເຈົ້າຜູ້ແຕ່ງທານ.
05. ຫົວຂໍ້ໃຫຍ່5
ສາສນາປຽບດັ່ງນໍ້າ ລ້າງສ່ວຍແນວສະໝອງ ສາສນາຄືສາຍທານ ອາບເຢັນກາຍເນື້ອ fffffffff
06. ຫົວຂໍ້ໃຫຍ່6
ສາສນາປຽບດັ່ງນໍ້າ ລ້າງສ່ວຍແນວສະໝອງ ສາສນາຄືສາຍທານ ອາບເຢັນກາຍເນື້ອ fffffffff
07. ຫົວຂໍ້ໃຫຍ່7
ສາສນາປຽບດັ່ງນໍ້າ ລ້າງສ່ວຍແນວສະໝອງ ສາສນາຄືສາຍທານ ອາບເຢັນກາຍເນື້ອ fffffffff
08. ຫົວຂໍ້ໃຫຍ່8
ສາສນາປຽບດັ່ງນໍ້າ ລ້າງສ່ວຍແນວສະໝອງ ສາສນາຄືສາຍທານ ອາບເຢັນກາຍເນື້ອ fffffffff
09. ຫົວຂໍ້ໃຫຍ່9
ສາສນາປຽບດັ່ງນໍ້າ ລ້າງສ່ວຍແນວສະໝອງ ສາສນາຄືສາຍທານ ອາບເຢັນກາຍເນື້ອ fffffffff
10. ພອນຍະຖາ

11. ຫົວຂໍ້ໃຫຍ່11
ສາສນາປຽບດັ່ງນໍ້າ ລ້າງສ່ວຍແນວສະໝອງ ສາສນາຄືສາຍທານ ອາບເຢັນກາຍເນື້ອ fffffffff
12. ຫົວຂໍ້ໃຫຍ່12

Post a Comment

0Comments

Post a Comment (0)

#buttons=(ຍອມຮັບ) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
ເລື່ອນກັບ