ບຸນເດືອນເກົ້າຫໍ່ເຂົ້າປະດັບດິນ
ບຸນເດືອນເກົ້າຫໍ່ເຂົ້າປະດັບດິນ
ເຖິງລະດູເດືອນເກົ້າ ເປັນກາງແຫ່ງວັດສາການ
ປະຊາຊົນຊາວເມືອງ ກະເລົ່າກຽມກັນໄວ້
ພາກັນທານຍັງເຂົ້າ ປະດັບດິນກິນກ່ອນ
ທາຍົກທານຖອດໃຫ້ ສັງໂຄພ້ອມຊູ່ພາຍ
ເດືອນສິບໄດ້ລ້ຳລ່ວງມາເຖິງ ເດືອນສິບມາຮອດແລ້ວ
ທາຍົກຖອດເບີຍບານ ເບີກພີພີທຳທານຕໍ່ມາສອງຊັ້ນ
ເຂົ້າສະຫຼາກນຳມາໃຫ້ ສັງໂຄທານຖອດ
ພາກັນຫວັງຍອດແກ້ວ ນິພານພຸ້ນບ່ອນເຢັນ
ເຖິງລະດູເດືອນນີ້ ຍົມພິບານປ່ອຍເຜດ
ກັບທັງສັດນາຣົກພ້ອມ ໃນໝໍ້ແຜ່ນແດງ
ເທພພະທອນໄທ້ ໃນລະຫວາງກາມາ
ຊິໄດ້ລົງມາຫາ ໝູ່ເຮົາມວນພ້ອມ
ຊຸມທີ່ເປັນແຊງເຊື້ອ ກັນມາແຕ່ຊາດກ່ອນ
ຊິມາຄອຍຮັບຕ້ອນ ລໍຖ້າສ່ວນບຸນ
ຊຸມທີ່ເປັນເທພໄທ້ ເນົາຢູ່ເທິງສະຫວັນ
ຊິພາກັນລົງມາ ຈອບຊອມຫຼິງຢ້ຽມ
ເຫັນເຮົາທຳທານສ້າງ ການກຸສົນສ້າງກໍ່
ດີໃຈນຳພີ່ນ້ອງ ຊິເມືອພໍ້ຢູ່ສະຫວັນ
ຄັນເຫັນເຮົາລຶບມ້າງ ຮິດເກົ່າຄອງຫຼັງ ກະດີແລ້ວ
ບຸນກຸສົນສິນທານ ບໍ່ຄະນິງນຳດ້ວຍ
ເຂົາກະພາກັນນ້ອຍ ໃນຫົວໃຈເອົ້າອັ່ງ
ຄິດຄະນິງນຳພີ່ນ້ອງ ຊິລົງໝໍ້ແຜ່ນແດງ
ສ່ວນວ່າເຜດນາຣົກຮ້າຍ ຖືກປົດປ່ອຍມາເມືອງຄົນ
ເຂົາກໍ່ສົນລະວົນ ຊອກຫາແຊງເຊື້ອ
ແລ່ນຂຶ້ນເໜືອລົງໃຕ້ ຕາມສາລາຮີມທ່າ
ຕາມສາລາຄ້ວງບ້ານ ຫາຊຸມເຊື້ອຊາດຕົວ
ຄອບວ່າທຸກຍາກໄຮ້ ອາໄສເພິ່ງໃບບຸນ
ຕັ້ງແຕ່ຍັງເປັນຄົນ ບໍ່ໄດ້ທຳເອົາໄວ້
ມົວແຕ່ວົນວຽນສ້າງ ປາປັງຍັງບາບ
ຕົກມາໃນເຊັ່ນນີ້ ເລີຍລົງໝໍ້ແຜ່ນແດງ
ເຂົາກໍ່ເລາະແລັ້ງແຄັ້ງ ຮ້ອງຮ່ຳຫວນຫາ
ທັງລູກຫຼານອາວອາ ບໍ່ໄດ້ຍິນສຽງນັ້ນ
ຍ້ອນວ່າອະກຸສົນເບື້ອງ ປາປັງກັມບາບ
ໄດ້ມາບັງເຫຼື່ອໄວ້ ໃຫ້ເຂົານັ້ນບໍ່ໄດ້ຍິນ
ເຂົາກໍ່ເມື່ອຍເລາະຊອກຄົ້ນ ທັງໄຫ້ຮ່ຳຄະນິງຫາ
ລົງໄປຕາມຖຽງນາ ປ່າດົງພົງສ້ຽງ
ໝົດສຽງເຮໂຮ່ຮ້ອງ ຄວນຄາງເອີ້ນກູກ
ລູກແລະຫຼານກະບໍ່ຮູ້ ກຳນັ້ນແລ່ນບັງ
ເຂົາກໍ່ໂຊມຊາມເຂົ້າ ອາລາມຫຼວງກວ້າງໃຫຍ່
ລາງຜ່ອງໄປເຫັນພີ່ນ້ອງ ກະພໍໄດ້ສ່ວນບຸນ
ເຂົາກໍດີໃຈລົ້ນ ເຫັນຄົນແໜ້ນອັ່ງ
ຄືຊິເຫັນພີ່ນ້ອງ ຄາວນີ້ທ່ຽງຈິງ
ລາງພວກເຫັນພີ່ນ້ອງ ຊາດເຊັ່ນແນວໂຕ
ມາຈຳສິນກິນທານ ໄດ້ຊື່ນຊົມຫົວແຍ້ມ
ມີທັງໂພຊະນັງເຂົ້າ ປູປາຊີ້ນຕ່ອນ
ພາກັນທານຖອດໃຫ້ ກະເລີຍໄດ້ອີ່ມພຸງ
ເຂົາກໍ່ຍໍມືຂຶ້ນ ສາທຸການພ້ອມພ່ຳ
ສາທຸທ້ອນ ປາກກ່າວຕ້ານ ອວຍພອນໃຫ້ຢູ່ເຢັນ
ຂໍໃຫ້ລຸລາບໄດ້ ໂດຍດັ່ງໃຈປະສົງ
ຄັນວ່າມໍຣະນາຕາຍ ໃຫ້ເຈົ້າເມືອເມືອງຟ້າ
ບາງຜ່ອງສົ່ງສານເຂົ້າ ອາລາມຫຼວງກວ້າງໃຫຍ່
ເຫັນແຕ່ໜ້າເພິ່ນພຸ້ນ ບໍມີເຊື້ອເຊັ່ນຕົນ
ບາງຜ່ອງກຳເວຣສ້າງ ປາງຫຼັງໜັກໜ່ວງ
ເຂົ້າໄປວັດບໍ່ໄດ້ ມັນຮ້ອນດັ່ງໄຟ
ເຂົາກໍ່ດ່າວໆດິ້ນ ຮີບອອກຈາກອາລາວ
ໝົດເຂດທໍຣະນີສົງ ຈິ່ງຄ່ອຍເຊົາຫາຍຮ້ອນ
ຄອບວ່າຕິຕຽນເຈົ້າ ຜູ້ຊົງທັມຄອງປະເສີດ
ກຳມາແລ່ນຕ້ອນ ແຜ່ນດິນຮ້ອນດັ່ງໄຟ
ຄອບວ່າກຳແລ່ນຕ້ອນ ແຜ່ນດິນຮ້ອນດັ່ງໄຟ
ຄອບວ່າເປັນຈັ່ງຊັ້ນ ເຮົາຈິ່ງໄດ້ ເຮັດເຂົ້າຫໍ່ໄປແຂນ
ທັງອາຫານຫວານຄາວ ຄູ່ຊູ່ອັນມວນພ້ອມ
ທານທອດໃຫ້ ຊຸມບໍ່ມີຊາດເຊັ່ນ
ພວກເຂົາບໍ່ມີພີ່ນ້ອງ ເປັນໜ້າອີດູ
ນອກຈາກນັ້ນ ຍັງມີຜູ້ເປັນກຳ
ຢາກເຂົ້າມາໃນວັດ ແຕ່ແຜ່ນດິນມັນຮ້ອນ
ເຮົາເລີຍບວງສວງໄວ້ ທຳທານນອກເຂດ
ເຮັດເປັນຮ້ານເຜດໄວ້ ທາງຊິເຂົ້າວັດມາ.
ຊຸມໝູ່ຂາດພີ່ນ້ອງ ທັງຜ່ອງພວກກຳໜັກ
ຍາມເມື່ອເຂົາໄດ້ກິນຂອງ ທີ່ມອບເວຣວາງໃຫ້
ເຂົາກໍ່ດີໃຈລົ້ນ ຂົນຫົວພອງນ້ຳຕາຫຼັງ
ປາກກະຜ່ອງເວົ້າ ໃຫ້ພອນເຈົ້າຜູ້ທານ
ວ່າສາທຸທ້ອນ ເພິ່ນຜູ້ທານຖອດໃຫ້ ເຄື່ອງຢູ່ຂອງກິນ
ຂໍໃຫ້ມີຄວາມສຸກ ຮັ່ງມີດີໄດ້
ເງິນຄຳແກ້ວ ແນວປະສົງໝົດທຸກຢ່າງ
ຍາມເມື່ອມຸດມອດມ້ຽນ ເມືອເມືອງຟ້າສູ່ສະຫວັນ
ຊຸມໝູ່ຝູງພີ່ນ້ອງ ຜູ້ຂ້ານັ້ນ ໃຫ້ມັນທຸກຈົນຕາຍ
ບໍ່ທຳບຸນກິນທານ ຊາດຊຸມແຊງຮ້າຍ
ໃຫ້ມັນຕາຍລົງໝໍ້ ນາຣະກາຮ້ອນເດືອດ
ພົ້ນຈາກນັ້ນ ໃຫ້ເປັນເປົ້າເຜດຜີ
ຢ່າໄດ້ມີວັນພໍ້ ໂພຊະນັງເຂົ້າຜອກ
ໃຫ້ເຂົາທຸກຍິ່ງລ້ຳ ໃຫ້ຄືດ້າມດັ່ງເຮົາ ນີ້ເດີ …
ໃຫ້ເຂົາເປັນເຜດຮ້າຍ ຍາມຕາຍໄປຕະຫຼອດຊົ່ວ
ເຂົ້າປະດັບດິນ ເຂົ້າສະຫຼາກພ້ອມ ຕາຍແລ້ວຢ່າພົບພານ ກັນເດີ່
(ອະທິບາຍ)
ບຸນຫໍ່ເຂົ້າປະດັບດິນ
ເມື່ອເຖິງເດືອນ 9 ເຮັດບຸນເຂົ້າປະດັບດິນ ເປັນບຸນທີ່ຖວາຍທານແກ່ພຣະສົງຄ໌ຂອງລາວເຮົາອີກຄັ້ງໜຶ່ງ ຄືບຸນປະດັບດິນ, ຄຳວ່າ ເຂົ້າປະດັບດິນ ກໍໄດ້ແກ່ເຂົ້າປາອາຫານຄາວ ຫວານ ແລະຂອງຄ້ຽວທີ່ເຮົາເຮັດເປັນຫໍ່ ແລ້ວນຳໄປຖວາຍທານແດ່ ເອົາໄປຫ້ອຍໄວ້ຕາມສາລາໂຮງທັມແດ່ ຕາມຂ້າງໂບດວີຫານ ຫ້ອຍແຂວນ ໄວຕາມຕົ້ນໄມ້ ຫລື ບໍ່ກວາງໄວ້ຕາມດິນ ຕາມຫຍ້າ ເອີ້ນວ່າ ເຂົ້າປະດັບດິນ ການເຮັດບຸນ ມີໃຫ້ທານແລະຮັກສາສິນເປັນຕົ້ນ
ຈຸດປະສົງ: ກໍເພື່ອອຸທິດຜົນບຸນໃຫ້ເປຕະຊົນ ເຜດ ຜູ້ທີ່ລ່ວງລັບໄປແລ້ວໃຫ້ໄດ້ມີສວນ ອະນຸໂມທະນາໃນສວນກຸສົນ ແລ້ວໃຫ້ໄດ້ໄປເກີດຕາມຍະຖາກັມຂອງຕົນ ການເຮັດບຸນເຊົ້າປະດັບດິນນັ້ນ ເປັນຈາຄະເຈຕະນາຍ່າງກ້ວາງຽ ບໍ່ມີການຂີ້ຖີ່ ຫວງແຫນໃນມື້ນັ້ນ ແມ່ນແຕ່ນົກ ກາ ໝູ ໝາ ຈະອຸດົມສົມບູນອີ່ມໜັງສຳຣານກັນທັງນັ້ນ ເພາະຕາມກົກໄມ້ ທັງໃນວັດ ແລະ ນອກວັດ ຈະເດັຍລະດາດໄປດ້ວຍເຊົ້າປະດັບດິນ ເພາະບຸນນີ້ນິຍົມເຮັດໃນເດືອນ ໋9 ່່ດັບເຮົາຈື່ງເອີ້ນອີກຍ່າງໝື່ງວ່າ ບຸນເດືອນ 9 ດັບ

ມູນເຫດ: ຂອງການເຮັດບຸນເຂົ້າປະດັບດິນ ຄວາມເປັນມາເຣື່ອງຂອງບູນຫໍ່ເຂົ້າປະດັບດິນ ຍາຕິພີ່ນ້ອງຂອງເຈົ້າພິມພິສານໄດ້ໄປວັດ ແລ້ວລັກກິນຂອງສົງ ຄື ບໍ່ໄດ້ຂໍ່ ກິນ ຕາຍໄປກໍ່ຈະເກີດເປັນເຜດ ອືດຍາກຫອດຫິວ ເຂົ້າຈະກິນກໍ່ບໍ່ມີ ຜ້າຈະນຸ່ງຮົມກໍ່ບໍ່ມີ ເປັນເຜດຜີເປືອຍຍູ່ໃນແຖວນັ້ນ ມື້ໝື່ງພະເຈົ້າພິມພິສານເຂົ້າໄປຖະວາຍທານແຕ່ບໍ່ໄດ້ ອຸທິຜົນສົ່ງໄປໃຫ້ພວກເຜດ ຍາຕິພີ່ນ້ອງຈື່ງບໍ່ໄດ້ຮັບຜົນທານ ຕ່າງກໍ່ສະແດງປະຕິກິຣິຍາຮ້ອງໃຫ້ສົ່ງສຽງໃຫ້ ໃຫ້ປະກົດແກ່ເຈົ້າພິມພິສານ ພຣະອົງສົ່ງໃສ່ວ່າແມ່ນເຫດ ອັນໃດນັ້ນຈື່ງໄດ້ນຳເອົາເລື່ອງນັ້ນເຂົ້າໄປຂາບທູນພຣະພຸດທະເຈົ້າ ພຣະພຸດທະອົງຈື່ງໄດ້ຕັດ ບອກເຣື່ອງນັ້ນໃຫ້ເຈົ້າພິມພິສານຊົງຊາບ ແລ້ວພຣະເຈົ້າພິມພິສານຈື່ງໄດເຮັດທານ ອຸທິຜົນສົ່ງໄປໃຫ້ ພວກເຜດເຫລ່ານັ້ນຈື່ງໄດ້ຮັບຜົນທານ ມີເຂົ້າປາອາຫານອຸດົມສົມບູນແຕ່ຍັງບໍ່ມີຜ້ານຸ່ງ ມື້ຕໍ່ມາພຣະເຈົ້າພິມພິສານຖະວາຍຜ້າ ແລ້ວອຸທິດຜົນສົ່ງໄປໃຫ້ອີກ ພວກເຜດເຫລົ່ານັ້ນຈື່ງອຸດົມສົມບູນໄປດ້ວຍອາຫານ ພ້ອມທັງເຄື່ອງນຸ່ງ;ົ່ມທຸກປະການ ດ້ວຍເຫດຜົນນີ້ຍາດຕິພີນ້ອງຂອງເຮົາທັງຫລາຍທີ່ລ່ວງລັບໄປແລ້ວ ເມື່ອເຂົາເຈົ້າຍັງຍູ່ໃນເປຕະວິໄສຍົງບໍ່ໄດ້ໄປເກີດພວກເຂົາອຸທິດບຸນສົ່ງໄປໃຫ້ກຸສົ້ມທີ່ເຮົາບຳເພັງໄປແລ້ວ ກໍ່ຈະອຳນວຍປະໂຍດສຸຂໃຫ້ແກ່ທັງສອງຜ່າຍ ຄື ທັງຍາດຕິພີ່ນ້ອງຂອງເຮົາ ແລະ ແກ່ຕົວເຮົາອີກດ້ວຍ,

ພິທີເຮັດບຸນຫໍ່ເຂົ້າປະດັບດິນ
ມື້ແຮມ 15 ຄ່ຳ ເດືອນ 9 ກຽມຫາເຄື່ອງ ອາຫານ ຄາວຫວານ ຫໍ່ເຂົ້າຕົ້ມ ເຂົ້າໜົມ ນ້ຳອ້ອຍ ນ້ຳຕານ ໝາກ ພູ ຍາດູດ ໃຫ້ຄົບເພື່ອຈະໄດ້ເຮັດທານ ແລ້ວແບ່ງສ່ວນຂອງທານນັ້ນອອກເປັນສີ່ສວນທີ່ໝື່ງ ເອົາໃວກິນກັນໃນຄອບຄົວ ສວນທີ່ສອງແບ່ງໃຫ້ຍາດຕິພີ່ນ້ອງ ຫລື ຍາຕິມິດສະຫາຍ ບ້ານໃກ້ເຮືອນຄຽງ ສວນທີ່ສາມນັ້ນແມ່ນອຸທິດຜົມໃຫ້ກ່ຍາດຕິພີ່ນ້ອງພໍ່ແມ່ແລະຄົນທີ່ລ່ວງລັບໄປແລ້ວ . ເຂົາຈະຫໍ່ ເປັນຫໍາ່ຽໃຫ້ໄດ້ພອສົ້ມຄວນ ເອົາໃບກ້ວຍມາຫໍ່ຂອງຫວານ 1 ຫໍ່ ຂອງຄາວ 1 ຫໍ່ ໝາກພູ ກອນຍາ 1 ຫໍ່ ແລ້ວຫຍິບຕິດກັນເປັນຫໍ່ໃຫຍ່ ສ່ວນທີ່ສີ່ນັ້ນແມ່ນຕັກບາດຖະວາຍພຣະສົງ ຂັ້ນຕອນ 4 ໂມງເຊົ້າ ມື້ແຮມ 15 ຄ່ຳ ເດືອນ 9 ກໍ່ຈະເອົາເຄື່ອງສວນ ທີ່ຈະເຮັດບູນໃຫ້ແກ່ຍາຕິນັ້ນ ໃສ່ກະຕ່າກະບຸງເອົາໄປຫ້ອຍໄວ້ຕາມກົກໄມ້ ຕາມຂ້າງໂບດ ຂ້າງວິຫານ ຫລື ຕາມຕິດ ຕາມຫຍ້າ ສ່ວນນີ້ເຮົາຖືວ່າໄດ້ອຸທິສຜົລເພື່ອບຸບພະເປຕະ ພະລີແລ້ວ ຕັນແຈ້ງສ່ວາງເປັນມື້ແຮມ 15 ຄ່ຳແລ້ວ ກໍ່ເອົາສ່ວນທີ່ ຈັດໄວ້ສຳຫລັບຖວາຍພຣະສົງນັ້ນໄປໂຮມກັນທີ່ສາລາໂຮງທັມ ແລ້ວໄຫ້ວພຣະຮັບສີລ ຕັກບາຕຖວາຍສັງຄະທານ ແລ້ວມີການເທດສະລອງ ຫລື ຈະພັງທັມລຳອື່ນຽ ຫລື ຈັດໃຫ້ມີການອົບຮົມໂດຍສະແດງປະຖະກາຖາກໍ່ສູດແລ້ວແຕ່ ສັດທາຈະຕົກລົງກັນ.
ມີຄຣິບ
ຄຳບູຊາເຂົ້າປະດັບດິນ:
ອິມານິ ມະຍັງ ພັນເຕ ສັບພະໂພຊະນານິ ນານາ ວັດຖຸການິ ຣັດຕະນັດຕະຍັດສະ ອະພິປູເຊມະ ອັມຫາກັງ ມາຕາປີຕາທິນັງຄຸນະວັນຕານັນຈະ ໄມຫັນຈະ ທີຄະຣັດຕັງ ຫິຕາຍະ ສຸຂາຍະ
ພັນເຕຂ້າແຕ່ທ່ານຜູ້ຈະເລີນ ພວກຂະນ້ອຍທັງຫລາຍ ຂໍ່ບູຊາເຊິ່ງເຂົ້າປະດັບດິນ ອັນປະກອບດ້ວຍ ວັດຖຸຕ່າງຽ ທັງຫລາຍເຫລົ່ານີ້ ແດ່ພຣະຣັດຕະນະໄຕ ແລະພຣະສະຖູບຮູບພຣະເຈດີ ແລະ ພຣະສີມະຫາໂພ ເພື່ອໃຫ້ເປັນປະໂຍດ ແລະຄວາມສຸກ ແລະ ຄວາມຈະເລີນ ແກ່ພວກຂະນ້ອຍທັງຫລາຍ ຜູ້ມີຄຸນ ໝາຍມີ ບິດາ ມານດາ ຍາດຕິກາວົງສາ ແລະ ຄູອຸປັດຊາ ອາຈານເປັນຕົ້ນ ທີ່ລ່ວງລັບດັບຂັນໄປສູ່ປະລາໂລກແລ້ວນັ້ນ ຂໍ່ຈົ່ງມາອະນຸໂມທະນາ ສາທຸການຮັບເອົາຜົນທານດອກຝຸງຂ້າ ທັງລາຍທຸກຕົນ ທຸກຄົນແດ່ກໍຂ້າເຖີ້ນ.