p2

Phan liddasak
0

 


    ໂລກຈັກວ້າງຕໍ່ກວ້າງ             ຍັງມາພົບເຫັນກັນ
     ຜູ້ສຳພັນໄມຕຣີ                    ຮັກແພງຈິງແທ້
     ບໍ່ໄດ້ແປແປງປີ້ນ                   ຕາມການເວລາຜ່ານ
     ຫລາຍເຫດການພິສູດແລ້ວ     ເຮົາຮູ້ວ່າເພື່ອນຈິງ

     ເພື່ອນດີ ຄືເພື່ອນໃຫ້              ຄວາມສຸກເວລາລົມ
     ປະສົມຄວາມຈິງໃຈ                ບໍ່ລວງຫລອນໃຊ້
     ມີຈິດໃຈເອືອເຟື້ອ                  ເຕັມໃຈອາສາຊ່ວຍ
     ຍາມໝູ່ທຸກເດືອດຮ້ອນ           ຫວັງໄດ້ເພິ່ງພາ

     ສ່ຽວ ສອງເຮົາຮຽກເອີ້ນ          ມາຈາກໃນຫົວໃຈ
     ບໍ່ແມ່ນຮ້ອງເວລາເມົາ            ດັ່ງຄົນກິນເຫລົ້າ
     ໂຕແລະເຮົາຄຳນີ້                  ລວຍຈົນບໍ່ໄດ້ກ່ຽວ
     ກະຊິຕາຍຄືດຽວ ບໍ່ວ່າລວຍລົ້ນຟ້າ ຈະຫາອ້າງອວດເຮັດຫຍັງ

     ມິດຕະພາບເຮົາຮ່ວມສ້າງ        ຍືນຮອດປະຈຸບັນ
     ມີຄວາມສຳຄັນລາຄາແພງ       ຄູ່ຄວນຮັກສາໄວ້
     ຢ່າໃຫ້ໄຫລເລືອນຖີ້ມ             ພຽງຄຳ ຜົນປະໂຫຍດ
     ຂ້ອຍລະໂລດເສຍດາຍ ຖ້າມີການລືບລ້າງ ສຳພັນສ້າງຮັກເຮົາ ສ່ຽວເອີຍ

Post a Comment

0Comments

Post a Comment (0)

#buttons=(ຍອມຮັບ) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
ເລື່ອນກັບ