ຄຳກອນສັ້ນໆ
ສາສນາປຽບດັ່ງນໍ້າ ລ້າງສ່ວຍແນວສະໝອງ
ສາສນາຄືສາຍທານ ອາບເຢັນກາຍເນື້ອ
ສາສນາຄືຢາແກ້ ໂອສົດອັນລ້ໍາຄ່າ
ສາສນາຄືແສງພະທີບໄຕ້ ໃຫ້ເຫັນຮູ້ຊ່ອງທັມ
ລູກຊິດີຫຼືຮ້າຍ ພໍ່ ແມ່ ເປັນຄົນຫັດ
ຄັນມີເຮືອນບໍ່ມີວັດ ຄວາມຈະເລີນບໍ່ມີກ້າວ
ອັນວ່ານາງຫຼືທ້າວ ສາສນາຢ່າປະປ່ອຍ
ຄັນບໍ່ໄດ້ເຮັດຫນ້ອຍ ກະຂໍໃຫ້ໄດ້ເຮັດຫຼາຍ
ເຖິງສິທຸກຍາກຮ້າຍ ເຂີນຂາດແລງງາຍ
ຢ່າສຸໄລສິນທໍາ ພໍ່າພຽນຮັກສາໄວ້
ຢ່າສຸໄລລາຖິ້ມ ຄອງທໍາຮີດເກົ່າ
ຄອງຂອງພຣະພຸດທະເຈົ້າ ເຮົາໄດ້ສັ່ງສອນ
ໃຫ້ເຮົາຄອຍພຽນສ້າງ ສະເໝີແຕນແປງຊໍ່
ໃຫ້ເຮົາກໍ່ສືບໄວ້ ສະເໝີເຜິ້ງສືບຮັງ ພີ່ນ້ອງເອີຍ....!