ຄຳຜະຍາຊ່ວນຄິດ

Phan liddasak
0

 

ອະດີດເປັນພຽງຄວາມຝັນ ປັຈຈຸບັນມີຜົນຕໍ່ອະນາຄົດສະເໝີ

ຢາກມີ ໃຫ້ຢືມເພີ່ນໄປຄ້າ

ຢາກຂື້ນຊັ້ນຟ້າ ໃຫ້ຂ້າເຈົ້າເອົາຂອງ

    ປັດຊະຍາຊີວິດບົດນີ້ ໃຫ້ມຸມມອງເພື່ອສ້າງແນວຄວາມຄິດ ໂດຍໝາຍເຖິງປິດສະໜາທັມ ເບິ່ງເຫັນທຸກເພາະການເປັນໜີ້ ແລະ ມຸມມອງໃຫ້ຂ້າກິເລດ ຄວາມໂລບ ຄວາມໂກດ ຄວາມຫຼົງເຊັ່ນວ່າ:

    ຄວາມຍາກຈົນ ແລະ ການກູ້ຢືມໜີ້ ເຮົາເອີ້ນວ່າເປັນທຸກໃນໂລກ ຄົນຈົນເມື່ອຢືມໜີ້ໃຊ້ສອຍຢູ່ ຍ່ອມເດືອດຮ້ອນເພາະການບໍ່ໃຫ້ຄືນນັ້ນ ພວກເຈົ້າໜີ້ຈຶ່ງຕິດຕາມ ເລີຍຖືກຈອງຈຳ ການຖືກຈອງຈຳນັ້ນແລ ເປັນທຸກຂອງໝູ່ຊົນຜູ້ປາດຖະນາໃນກາມ.


ອັນວ່າເງິນຄຳແກ້ວ ຫາຍາກນານພົບ            ລາງເທື່ອມີໃນມື ກໍ່ເປົ່າແປນປານລ້າງ


ບ່ອນເຂັດໃຫ້ຢຳບ່ອນ ຄະລຳໃຫ້ຢ້ານ   

            

ຄັນຊິຖິ້ມ ກະເສຍດາຍ                            ຄັນຊິບາຍ ກະຂີ້ດຽດ                                         

 ເຮົາເປັນສິດຄວນຮູ້ ບູຊາຄູຜູ້ສອນສັ່ງ            ເຮັດຕາມຄຳບອກໃວ້ ສິດຊິໄດຮຸ່ງເຮືອ   

      

ໂງ່ບໍ່ເປັນ ໃຫຍ່ຍາກ


ໄມ້ລຳດຽວ ລ້ອມຮົ້ວບໍ່ໄຂວ                    ໄພ່ບໍ່ພ້ອມ ແປງບ້ານບໍ່ເຮືອງ

ໝົດດົງ ຍັງມີເຫຼົ່າ                               ໝົດເຖົ້າເກົ່າ ຍັງມີລູກມີຫຼານ

ປາຢູ່ນ້ຳບໍ່ຫ່ອນ ຂື້ນເທິງບົກ                    ມັນຫາກອາໄສເນົາ ຢູ່ນອນໃນນ້ຳ                   

ໃຜຜູ້ພາໂລລົ້ນ ໂລພາມີມາກ                   ໂລບລື່ນລົ້ນ ເມືອໜ້າບໍ່ດີ           

ໃຈບໍ່ສັດທາເລື້ອມ ແສນຊິອອຍ ກະປານດ່າ    ໃຈບໍ່ສັດທາດອມປາກດີ ກະເປັນຮ້າຍ

ໃຈບໍ່ໃສຕໍ່ແກ້ວ ແຍງເງົາກະບໍ່ຄ່ອງ              ໃຈບໍ່ໃສຕໍ່ຄ້ອງ ຕີໄດ້ກະບໍ່ດັງ

ບຸນບໍ່ຮອດ ຍອດບໍ່ກ້ຽວ                         ແສນຊິຝັ້ນ ກະເລົ່າມາຍ                       


Post a Comment

0Comments

Post a Comment (0)

#buttons=(ຍອມຮັບ) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
ເລື່ອນກັບ